ຂ່າວເດັ່ນ

ມີ 935 ຄົນຖືກເສຍຊີວິດໃນບັ້ນບຸກໂຈມຕີຂອງ ອິດສະຣາແອນ ໃສ່ອີຣານ

ມີ 935 ຄົນຖືກເສຍຊີວິດໃນບັ້ນບຸກໂຈມຕີຂອງ ອິດສະຣາແອນ ໃສ່ອີຣານ

(VOVWORLD) - ຕາມຕົວເລກໂດຍອີຣານ ປະກາດໃນວັນທີ 30 ມິຖຸນາ, ບັ້ນບຸກໂຈມຕີແຕ່ຮຸ່ງເຊົ້າວັນທີ 13 – 24 ມິຖຸນາ ຂອງອິດສະຣາແອນ ໃສ່ ອີຣານ ເຮັດໃຫ້ 935 ຄົນຖືກເສຍຊີວິດ. ສ່ວນຫລາຍຜູ້ຮັບບາດເຈັບ ແລະ ເສຍຊີວິດແມ່ນສາມັນຊົນ, ໃນນັ້ນ ເດັກນ້ອຍ 38 ຄົນ ແລະ ແມ່ຍິງ 132 ຄົນ.

ໝູ່ບ້ານແຫ່ງຫນຶ່ງຢູ່ ນະຄອນ ກາຊາ ຖືກ ອິດສະຣາແອນ ບຸກໂຈມຕີທາງອາກາດໃນວັນທີ 27 ມິຖຸນາປີ 2025. (ພາບ:REUTERS/Mahmoud Issa) 

ກ່ຽວຂ້ອງເຖິງວິວັດການເຈລະຈາບັນຫານິວເຄຼຍ ອາເມລິກາ - ອີຣານ, ທ່ານ ຮອງລັດຖະມົນຕີການຕ່າງປະເທດ ອີຣານ Majid Takht Ravanchi ຢືນຢັນ ເຕເຮຣານ ພ້ອມແລ້ວທີ່ຈະເຊື່ອມຕໍ່ບັນດາການເຈລະຈາ ນິວເຄຼຍ ກັບ ວໍຊິງຕັນ ຖ້າຫາກ ອຳນາດການປົກຄອງ ອາເມລິກາ ໃຫ້ຄຳໝັ້ນສັນຍາປະລະເຈດຈຳນົງສືບຕໍ່ບຸກໂຈມຕີດ້ານການທະຫານຕ້ານ ອີຣານ. ທ່ານ Ravanchi ໃຫ້ຮູ້ວ່າ: ວົງການເຈົ້າຫນ້າທີ່ ອາເມລິກາ ໄດ້ຜ່ານບັນດາຝ່າຍກາງ ແຈ້ງໃຫ້ ອີຣານ ກ່ຽວກັບຄວາມປາດຖະຫນາຢາກຟື້ນຟູບັນດາການເຈລະຈາ.

ໃນວັນດຽວກັນ, ປະທານາທິບໍດີ ອາເມລິກາ Donald Trump ຢືນຢັນ: ທ່ານ ບໍ່ສະຫນອງບໍ່ວ່າການປະນິປະນອມໃດໃຫ້ແກ່ ອີຣານ ແລະ ກໍ່ບໍ່ເຂົ້າຮ່ວມການເຈລະຈາກັບປະເທດນີ້ ດ້ວຍສາເຫດວ່າ ບັນດາຮາກຖານນິວເຄຼຍ ຂອງ ເຕເຮຣານ ໄດ້ຖືກ “ທຳລາຍໝົດກ້ຽງ”

ໃນຂະນະນັ້ນ ວັນທີ 29 ມິຖຸນາ, ປະທານາທິບໍດີ ອີຣານ Masoud Pezeshkian ຖະແຫລງວ່າ ເຕເຮຣານ ໄດ້ຢຸດຕິການຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ໂດຍຊົ່ວຄາວ ແລະ ຖືວ່າ ຜູ້ນຳຫນ້າົງການນີ້ ມີບັນດາການກະທຳກໍ່ຜົນຮ້າຍເຖິງປະເທດ ສ ອິດສະລາມ.

ນັກຂ່າວ VOV ປະຈຳ ອີຢີບ

This site is protected by reCAPTCHA and the Google Privacy Policy and Terms of Service apply.