ຂ່າວເດັ່ນ

ມີ​ກຳ​ມະ​ກອນ​ນັບ​ພັນ​ຄົນ ຕ້ອງ​ເຮັດ​ວຽນ​ໝ​ວຽກ​ຕະຫຼອດ​ບຸນ​ເຕັດ ຢູ່​ສະ​ຖານ​ທີ່​ກໍ່​ສ້າງ APEC ຝຸກວັກ

ມີ​ກຳ​ມະ​ກອນ​ນັບ​ພັນ​ຄົນ ຕ້ອງ​ເຮັດ​ວຽນ​ໝ​ວຽກ​ຕະຫຼອດ​ບຸນ​ເຕັດ ຢູ່​ສະ​ຖານ​ທີ່​ກໍ່​ສ້າງ APEC ຝຸກວັກ

(VOVWORLD) - ໂຄງການລົງທຶນເປີດກວ້າງທ່າອາກາດສະຍານສາກົນ ຝຸກວັກ, 1 ໃນບັນດາໂຄງການຈຸດສຸມແຫ່ງຊາດເພື່ອຮັບໃຊ້ APEC 2027, ໄດ້ຮຽກຮ້ອງຄວາມຄືບໜ້າທີ່ເຂັ້ມງວດ ເມື່ອຕ້ອງກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2026.

ມີກຳມະກອນນັບພັນຄົນ ຕ້ອງເຮັດວຽນໝວຽກຕະຫຼອດບຸນເຕັດ ຢູ່ສະຖານທີ່ກໍ່ສ້າງ APEC ຝຸກວັກ
(ພາບ: VOV)

ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026, ຢູ່ບັນດາກິດຈະກຳກໍ່ສ້າງ APEC ເຂດພິເສດ ຝຸກວັກ, ແຂວງກຽນຢາງ, ມີກຳມະກອນນັບພັນຄົນຍັງເຮັດວຽກ, ກໍ່ສ້າງຕະຫຼອດບຸນເຕັດຢູ່ສະຖານທີ່ກໍ່ສ້າງ, ດ້ວຍຄວາມຕັດສິນໃຈຢ່າງສູງໃນການຮັບປະກັບຄວາມຄືບໜ້າຂອງບັນດາໂຄງການຈຸດສຸມເພື່ອຮັບໃຊ້ APEC 2027. ໂຄງການລົງທຶນເປີດກວ້າງທ່າອາກາດສະຍານສາກົນ ຝຸກວັກ, 1 ໃນບັນດາໂຄງການຈຸດສຸມແຫ່ງຊາດເພື່ອຮັບໃຊ້ APEC 2027, ໄດ້ຮຽກຮ້ອງຄວາມຄືບໜ້າທີ່ເຂັ້ມງວດ ເມື່ອຕ້ອງກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2026 ເພື່ອບັນລຸໄດ້ຜົນສຳເລັດທີ່ມະຫັດສະຈັນ ໃນການກໍ່ສ້າງຂົງເຂດການບິນ. ດັ່ງນັ້ນ, ໃນໄລຍະພັກບຸນປີໃໝ່ປະຈຳຊາດ, ໂຄງການຍັງສືບຕໍ່ກໍ່ສ້າງຄືປົກກະຕິ ໂດຍມີກຳມະກອນ ເກືອບ 1450 ຄົນ, ພະນັກງານເຕັກນິກ, ພະນັກງານຂອງຜູ້ຮັບເໝົາ, ທີ່ປຶກສາຕິດຕາມໂຄງການ ແລະ ຄະນະຄຸ້ມຄອງ ໂຄງການ 150 ຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.