ຂ່າວເດັ່ນ

ມີ​ລົດ​ເມຕິດ​ລູກ​ລະ​ເບີດຫຼາຍ​ຄັນ​ໄດ້​ລະ​ເບີດ​ຢູ່ ອິດ​ສະ​ຣ​າ​ແອັນ

ມີ​ລົດ​ເມຕິດ​ລູກ​ລະ​ເບີດຫຼາຍ​ຄັນ​ໄດ້​ລະ​ເບີດ​ຢູ່ ອິດ​ສະ​ຣ​າ​ແອັນ

(VOVWORLD) - ຕາມຕຳຫຼວດ ອິດສະຣາແອັນ, ມີລົດເມຢ່າງໜ້ອຍສຸດ 3 ຄັນ ໄດ້ລະເບີດຢູ່ນະຄອນ Bat Yam, ພາກກາງ ອິດສະຣາແອັນ ໃນຕອນຄ່ຳວັນທີ 20 ກຸມພາ.

ລົດເມລະເບີດຂຶ້ນເມື່ອຈອດຢູ່ຄີວລົດ (ພາບ:  Times of Israel)

ບັນດາເຫດລະເບີດເກີດຂຶ້ນເມື່ອລົດເມຄັນຕ່າງໆພວມຈອດຢູ່ສະຖານີລົດເມ ແລະ ບໍ່ມີກໍລະນີເສຍຊີວິດໃດໆ. ຕຳຫຼວດເມືອງ Tel Aviv ແຈ້ງໃຫ້ຊາບວ່າ ພົບເຫັນອຸປະກອນລະເບີດຕັ້ງເວລາ 5 ເຄື່ອງຢູ່ບ່ອນເກີດເຫດ.

ຫຼງັຈາກນັ້ນ, ຕຳຫຼວດກໍພົບເຫັນເຄື່ອງອຸປະກອນລະເບີດຢູ່ລົດເມອື່ນຕື່ມອີກ 2 ຄັນ ເມື່ອກົດປຸ່ມກໍ່ຈະລະເບີດຂຶ້ນ. ຕຳຫຼວດຖືວ່າ ນີ້ອາດຈະແມ່ນການກະທຳບຸກໂຈມຕີກໍ່ການຮ້າຍ.

ຕອນກາງຄືນວານນີ້, ບັນດາເຈົ້າໜ້າທີ່ ອິດສະຣາແອັນ ໄດ້ຮຽກຮ້ອງໃຫ້ດຳເນີນການສຳຫຼວດກວດຄືນ ແລະ ເພີ່ມທະວີມາດຕະການຄວາມໝັ້ນຄົງ.

ປັດຈຸບັນ, ຍັງບໍ່ທັນມີບຸກຄົນ ຫຼື ອົງການຈັດຕັ້ງໃດ ອອກມາຮັບຜິດຊອບກ່ຽວກັບການກໍ່ເຫດລະເບີດລົດເມຢູ່ ອິດສະຣາແອັນ ໃນຕອນກາງຄືນມື້ວານນີ້.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.