ຂ່າວເດັ່ນ

ມີ​ນັບ​ພັນຖ້ຽວ​ບິນ​​ຖືກ​ຍຸບ​ເລິກ​ຢູ່ ອາ​ເມ​ລິ​ກາ ຍ້ອນ​ລັດ​ຖະ​ບານ​ສືບ​ຕໍ່​ປິດ​ປະ​ຕູ

ມີ​ນັບ​ພັນຖ້ຽວ​ບິນ​​ຖືກ​ຍຸບ​ເລິກ​ຢູ່ ອາ​ເມ​ລິ​ກາ ຍ້ອນ​ລັດ​ຖະ​ບານ​ສືບ​ຕໍ່​ປິດ​ປະ​ຕູ

(VOVWORLD) - ນັບແຕ່ເມື່ອລັດຖະບານ ອາເມລິກາ ປິດປະຕູ, ມີພາລະກອນການບິນນັບໝື່ນຄົນຕ້ອງເຮັດວຽກໂດຍບໍ່ໄດ້ຮັບເງິນເດືອນ.


  ມີນັບພັນຖ້ຽວບິນຖືກຍຸບເລິກ, ໂຈະໄວ້ໃນວັນທີ 7 ພະຈິກຢູ່ ອາເມລິກາ ໃນເວລາລັດຖະບານສະຫະລັດປິດປະຕູ. ຕາມເວັບໄຊຕິດຕາມຖ້ຽວບິນ FlightAware, ຂອງ ອາເມລິກາ, ໄຮ່ອດເວລາ 17 ໂມງ 00 ຂອງວັນທີ 7 ພະຈິກ, ມີ 4.309 ຖ້ຽວບິນຖືກໂຈະໄວ້ ແລະ 1002 ຖ້ຽວບິນຖືກຍຸກເລິກ. ກ່ອນໜ້ານນັ້ນ, ໃນວັນທີ 6 ພະຈິກ ກໍ່ມີ 7000 ກ່ວາຖ້ຽວບິນຖືກໂຈະໂວ້. ສະພາບການດັ່ງກ່າວເກີດຂຶ້ນ ພາຍຫຼັງທີ່ກະຊວງຄົມມະນາຄົມຂົນສົ່ງ ອາເມລິກາ ແລະ ກົມການບິນສະຫະລັດ (FAA) ປະກາດລັດຖະບານສະຫະລັດຈະຫລຸດຜ່ອນການຈໍລະຈອນທາງອາກາດຢູ່ 40 ເຂດ ເລີ່ມແຕ່ວັນທີ 7 ພະຈິກ. ນັບແຕ່ເມື່ອລັດຖະບານ ອາເມລິກາ ປິດປະຕູ, ມີພາລະກອນການບິນນັບໝື່ນຄົນຕ້ອງເຮັດວຽກໂດຍບໍ່ໄດ້ຮັບເງິນເດືອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.