ຂ່າວເດັ່ນ

ມີ​ນັກ​ຮຽນ​ຫວຽດ​ນາມຫຼາຍ​ຄົນ​ຄ້​ວາ​ລາງວັນ​ສູງ​ໃນ​ການ​​ເສັງ​ປະ​ດິດ​ສ້າງເ​ຄຼິບ​ວີ​ດີ​ໂອ​ຢູ່​ຈີນ

ມີ​ນັກ​ຮຽນ​ຫວຽດ​ນາມຫຼາຍ​ຄົນ​ຄ້​ວາ​ລາງວັນ​ສູງ​ໃນ​ການ​​ເສັງ​ປະ​ດິດ​ສ້າງເ​ຄຼິບ​ວີ​ດີ​ໂອ​ຢູ່​ຈີນ

(VOVWORLD) - ທີ່ການເສັງປີນີ້, ມີນັກຮຽນ ແລະ ນັກສຶກສາ ຫວຽດນາມ ຢູ່ຈີນ ເຂົ້າຮ່ວມເປັນຈຳນວນຫຼາຍ ດ້ວຍບົດສົ່ງເຂົ້າຮ່ວມການເສັງ 102 ບົດ, ມີ 20 ລາງວັນ.

ພິທີມອບລາງວັນ (ພາບ: TTXVN)

ວັນທີ 19 ມີນາ, ໄດ້ດຳເນີນພິທີມອບລາງວັນການເສັງ ປະດິດສ້າງເຄຼິບວີດີໂອດ້ວຍໃຫ້ແກ່ນັກຮຽນ ແລະ ນັກສຶກສາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຄັ້ງທີສອງ ໂດຍກະຊວງສຶກສາຈີນ, ສູນອາຊຽນ - ຈີນ ສົມທົບກັບມະຫາວິທະຍາໄລຈຳນວນໜຶ່ງ ຢູ່ນະຄອນ ປັກກິ່ງ, ແຂວງ ຫູເປີຍ  ແລະ ນະຄອນ ທຽນຈີນ ຈັດຂຶ້ນ. ທີ່ການເສັງປີນີ້, ມີນັກຮຽນ ແລະ ນັກສຶກສາ ຫວຽດນາມ ຢູ່ຈີນ ເຂົ້າຮ່ວມເປັນຈຳນວນຫຼາຍ ດ້ວຍບົດສົ່ງເຂົ້າຮ່ວມການເສັງ 102 ບົດ, ມີ 20 ລາງວັນ, ໃນນັ້ນລາງວັນທີໜຶ່ງມີ 5 ລາງວັນ. ຜ່ານການເສັງ, ນ້ອງ ດັ່ງທິຖາວຕຽນ, ນັກສຶກສາມະຫາວິທະຍາໄລສ້າງຄູນະຄອນ ໂຮ່ຈີມິນ ໄດ້ຮັບທຶນການສຶກສາປະລິນຍາໂທ ຂອງມະຫາວິທະຍາໄລສ້າງຄູ ທຽນຈີນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.