ຂ່າວເດັ່ນ

ມີ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ຕື່ມ​ອີກ​ທ່ານ​ໜຶ່ງ ໄດ້​ຮັບ​ການ​ເຊີດ​ຊູ​ຢູ່ ຍີ່​ປຸ່ນ

ມີ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ຕື່ມ​ອີກ​ທ່ານ​ໜຶ່ງ ໄດ້​ຮັບ​ການ​ເຊີດ​ຊູ​ຢູ່ ຍີ່​ປຸ່ນ

(VOVWORLD) - ທ່ານ ສຈ. ປອ. ຫງວຽນຈູງຫວຽດ, ຜູ້ອະທິການບໍດີມະຫາວິທະຍາໄລຊົນລະປະທານຂອງ ຫວຽດນາມ ໄດ້ຮັບການຄັດເລືອກໃນລາງວັນອັນສູງສົ່ງ “ລາງວັນອຸທິດສ່ວນສາກົນດີເດັ່ນ”.

ທ່ານ ສຈ. ປອ. ຫງວຽນຈູງຫວຽດ, ຜູ້ອະທິການບໍດີມະຫາວິທະຍາໄລຊົນລະປະທານຂອງ ຫວຽດນາມ  ຮັບລາງວັນ (ພາບ: VOV-Tokyo)

ຕອນບ່າຍວັນທີ 11 ຕຸລາ, ຢູ່ Sendai, ທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ, ມະຫາວິທະຍາໄລ Tohoku ເຊິ່ງແມ່ນໜຶ່ງໃນບັນດາຮາກຖານການສຶກສາ, ຄົ້ນຄວ່າວິທະຍາສາດແຖວໜ້າ ຍີ່ປຸ່ນ ແລະ ໂລກ ໄດ້ຈັດ ພິທີມອບລາງວັນສາກົນ Tohoku ໃຫ້ແກ່ບັນດານັກວິທະຍາສາດຕ່າງປະເທດ, ໃນນັ້ນ ມີນັກວິທະຍາສາດ ຫວຽດນາມ ທ່ານໜຶ່ງ.

ລາງວັນສາກົນ Tohoku ໄດ້ມອບເປັນຕັ້ງທຳອິດເມື່ອປີ 2022 ເພື່ອແນໃສ່ເຊີດຊູບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ປະກອບສ່ວນຢ່າງພົ້ນເດັ່ນເຂົ້າໃນການເຄື່ອນໄຫວຮ່ວມມືໃນຂົງເຂດບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດທົ່ວໂລກ, ກໍຄືການຮັບຮູ້ບັນດາຂໍ້ລິເລີ່ມທີ່ສົ່ງຜົນກະທົບຕັ້ງໜ້າ ແລະ ຍາວນານ. ທ່ານ ສຈ. ປອ. ຫງວຽນຈູງຫວຽດ, ຜູ້ອະທິການບໍດີມະຫາວິທະຍາໄລຊົນລະປະທານຂອງ ຫວຽດນາມ ໄດ້ຮັບການຄັດເລືອກໃນລາງວັນອັນສູງສົ່ງ “ລາງວັນອຸທິດສ່ວນສາກົນດີເດັ່ນ”.

VOV  ປະຈຳ ຍີ່ປຸ່ນ

This site is protected by reCAPTCHA and the Google Privacy Policy and Terms of Service apply.