ຂ່າວເດັ່ນ

ມີ​ຜູ້​ອາ​ສາ​ສະ​ໝັກ 8.800 ຄົນ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ

ມີ​ຜູ້​ອາ​ສາ​ສະ​ໝັກ 8.800 ຄົນ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ

(VOVWORLD) - ທ່ານ ຫງວຽນຕຽນຮຶງ ເລຂາຄະນະຊາວໜຸ່ມ, ປະທານສະມາຄົມນັກສຶກສາ ນະຄອນ ຮ່າໂນ້ຍ, ປາດຖະໜາວ່າ ບັນດາສຳມາຊິກຊາວໜຸ່ມ, ຊາວໜຸ່ມຈະຍົກສູງຈິດໃຈອາສາສະໝັກ, ເປັນມືອາຊີບ, ປະກອບສ່ວນສ້າງຂຶ້ນຜົນສຳເລັດຂອງພິທີສະເຫຼີມສະຫຼອງນີ້.

ລາຍການ “ພົບປະກັບຜູ້ອາສາສະໝັກ" (ພາບ: VOV)

ຕອນຄ່ຳວັນທີ 16 ສິງຫາ, ຢູ່ສະໜາມກິລາ ຮ່າງໄດ (ຮ່າໂນ້ຍ), ຄະນະຊາວໜຸ່ມ ຮ່າໂນ້ຍໄດ້ຈັດລາຍການ “ພົບປະກັບຜູ້ອາສາສະໝັກຮັບໃຊ້ໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ປະສົບຜົນສຳເລັດ (19/8/1945 - 19/8/2025) ແລະ ວັນຊາດຫວຽດນາມ(2/9/1945 - 2/9/2025)”. ຜູ້ອາສາສະໝັກ 8.800 ຄົນທີ່ມາຈາກ ມະຫາວິທະຍາໄລ, ວິທະຍາໄລ ແລະບັນດາຕາແສງ, ເມືອງໃນບໍລິເວນ 43 ແຫ່ງທີ່ເຂົ້າຮ່ວມລາຍການ. ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຕຽນຮຶງ ເລຂາຄະນະຊາວໜຸ່ມ, ປະທານສະມາຄົມນັກສຶກສາ ນະຄອນ ຮ່າໂນ້ຍ, ປາດຖະໜາວ່າ ບັນດາສຳມາຊິກຊາວໜຸ່ມ, ຊາວໜຸ່ມຈະຍົກສູງຈິດໃຈອາສາສະໝັກ, ເປັນມືອາຊີບ, ປະກອບສ່ວນສ້າງຂຶ້ນຜົນສຳເລັດຂອງພິທີສະເຫຼີມສະຫຼອງນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.