ຂ່າວເດັ່ນ

ມີ​ຜູ້​ແທນ 20.000 ທ່ານເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຄັ້ງ​ທີ 28

ມີ​ຜູ້​ແທນ 20.000 ທ່ານເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຄັ້ງ​ທີ 28

(VOVWORLD) - ເວທີປາໄສມີຫົວຂໍ້ “ບັນດາຄຸນຄ່າລວມ - ພື້ນຖານແກ່ການເຕີບໂຕໃນໂລກຫຼາຍສົ້ນ”, ໂດຍໄດ້ສຸມໃສ່ບັນດາຫົວຂໍ້ໃຫຍ່, ລວມມີ: ການເຕີບໂຕທົ່ວໂລກ, ເສດຖະກິດ ລັດເຊຍ, ບົດບາດຂອງມະນຸດ, ສະພາບແວດລ້ອມດຳລົງຊີວິດ ແລະ ເຕັກໂນໂລຢີໃນອະນາຄົດ.

ເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 28 ດຳເນີນຫຼາຍກິດຈະກຳທີ່ແຕກຕ່າງກັນ

ເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 28 (SPIEF – 2025) ໄດ້ດຳເນີນໃນວັນທີ 18 ມິຖຸນາ ຢ່າງເປັນທາງການ, ທີ່ຫໍປະຊຸມ ແລະ ເຂດວາງສະແດງ ExpoForum, ຢູ່ນະຄອນ St.Petersburg, ສະຫະພັນ ລັດເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເປັນການນຳຂັ້ນສູງ, ນັກຊ່ຽວຊານ ແລະ ວິສາຫະກິດຈຳນວນ 20.000 ທ່ານ ມາຈາກ 140 ປະເທດ ແລະ ເຂດແຄວ້ນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ນຳໜ້າ.

        ເວທີປາໄສມີຫົວຂໍ້ “ບັນດາຄຸນຄ່າລວມ - ພື້ນຖານແກ່ການເຕີບໂຕໃນໂລກຫຼາຍສົ້ນ”, ໂດຍໄດ້ສຸມໃສ່ບັນດາຫົວຂໍ້ໃຫຍ່, ລວມມີ: ການເຕີບໂຕທົ່ວໂລກ, ເສດຖະກິດ ລັດເຊຍ, ບົດບາດຂອງມະນຸດ, ສະພາບແວດລ້ອມດຳລົງຊີວິດ ແລະ ເຕັກໂນໂລຢີໃນອະນາຄົດ. ສິ່ງທີ່ໜ້າສົນໃຈແມ່ນ, ໃນເວທີປາໄສປີນີ້ ຈະມີການໂອ້ລົມສົນທະນາກ່ຽວກັບການດຳເນີນທຸລະກິດສອງຝ່າຍລະຫວ່າງ ລັດເຊຍ ແລະ ບັນດາຄູ່ຮ່ວມມືຍຸດທະສາດ, ເຊັ່ນ: ຫວຽດນາມ, ຈີນ, ອິນເດຍ, ບຣາຊິນ, ອີຣານ, ຕວັກກີ, ສະຫະລັດ ອາຣັບ ເອມມີເລດ (UAE), ພ້ອມກັບບັນດາປະເທດຢູ່ ອາຟະລິກາ, ອາເມລິກາລາຕິນ, EU ແລະ ອາຊຽນ. ເວທີປາໄສ ດັ່ງກ່າວໄດ້ດຳເນີນຮອດວັນທີ 21 ມິຖຸນາ ຈຶ່ງອັດລົງ.

ນັກຂ່າວ VOV ປະຈຳ ລັດເຊຍ


This site is protected by reCAPTCHA and the Google Privacy Policy and Terms of Service apply.