ຂ່າວເດັ່ນ

ມີ​ຜູ້​ເສຍ​ຊີ​ວິດ 68 ຄົນ​ໃນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອາ​ເມ​ລິ​ກາ ​ເຂົ້າ​ໃສ່​ຄ້າຍ​​ລວມ​ສູນ​ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍ ຢູ່ ເຢ​ແມນ

ມີ​ຜູ້​ເສຍ​ຊີ​ວິດ 68 ຄົນ​ໃນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອາ​ເມ​ລິ​ກາ ​ເຂົ້າ​ໃສ່​ຄ້າຍ​​ລວມ​ສູນ​ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍ ຢູ່ ເຢ​ແມນ

(VOVWORLD) - ມີຜູ້ເສຍຊີວິດ 68 ຄົນໃນບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ເລັ່ງໃສ່ສູນກັກຂັງຊາວອົບພະຍົບແບບຜິດກົດໝາຍຢູ່ ເຢແມນ ໃນຄ່ຳຄືນວັນທີ 27 ເມສາ.

ສົ່ງຜູ້ບາດເຈັບອອກຈາກບ່ອນເກີດເຫດ (ພາບ: Reuters

ວັນທີ 28 ເມສາ: ກຳລັງ ຮູທີ ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດ 68 ຄົນໃນບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ເລັ່ງໃສ່ສູນກັກຂັງຊາວອົບພະຍົບແບບຜິດກົດໝາຍຢູ່ ເຢແມນ ໃນຄ່ຳຄືນວັນທີ 27 ເມສາ. ຕາມບັນດາຍານພາຫະນະສື່ມວນຊົນຂອງ ຮູທີ ແລ້ວ, ນອກຈາກມີ 68 ຄົນເສຍຊີວິດ, ບັ້ນບຸກໂຈມຕີທາງອາກາດດັ່ງກ່າວ ຍັງເຮັດໃຫ້ 47 ຄົນຖືກບາດເຈັບ. ຜູ້ປະສົບເຄາະຮ້າຍທັງໝົດແມ່ນຊາວອົບພະຍົບຜິດກົດໝາຍຊາວ ອາຟະລິກາ. ເຖິງຢ່າງໃດກໍຕາມ, ຂໍ້ມູນດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢັ້ງຢືນຈາກບັນດາແຫຼ່ງຂ່າວເອກະລາດ.

        ກໍໃນວັນທີ 28 ເມສາ, ກອງບັນຊາການສູນກາງ ອາເມລິກາ ປະຈຳ ຕາເວັນອອກກາງ (CENTCOM) ໄດ້ອອກແຈ້ງການເລົ່າຄືນບັ້ນບຸກໂຈມຕີອາກາດທີ່ມີຂອບຂະໜາດໃຫຍ່ເລັ່ງໃສ່ ເຢແມນ ໃນວັນທີ 15 ມີນາ, ກອງທັບອາກາດ ອາເມລິກາ ໄດ້ບຸກໂຈມຕີເລັ່ງໃສ່ກວ່າ 800 ເປົ້າໝາຍ.

ບາທີ, ນັກຂ່າວ VOV ຢູ່ ອີຢິບ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.