ຂ່າວເດັ່ນ

ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາ​ດ​ເຈັບ​ເປັນ​ຈຳ​ນວນຫຼາຍ​ຢູ່​ເຂດ​ກາ​ຊາ

ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາ​ດ​ເຈັບ​ເປັນ​ຈຳ​ນວນຫຼາຍ​ຢູ່​ເຂດ​ກາ​ຊາ

(VOVWORLD) - ໃນສະພາບການສາກົນ, ບັນດາປະເທດ ອາຣັບ ແລະ ອິດສະລາມ ສືບຕໍ່ກ່າວປະນາມ ແລະ ຮຽກຮ້ອງອິດສະລາແອັນ ຢຸດຕິບັ້ນບຸກໂຈມຕີນະຄອນ ກາຊາໃນທັນທີ, ກັບຄືນໂຕະເຈລະຈາເພື່ອຊຸກຍູ້ຂໍ້ຕົກລົງຢຸດຍິງ, ມຸ່ງໄປເຖິງການສິ້ນສຸດການປະທະກັນຢ່າງສົມບູນ

ພາບປະກອບ: REUTERS/Mahmoud Issa

ວັນທີ 17 ກັນຍາ, ອົງການສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ ບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະລາແອັນ ໃນທົ່ວເຂດກາຊາ ໃນວັນທີ 17 ກັນຍາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 50 ຄົນ, ພ້ອມກັບຜູ້ຖືກບາດເຈັບນັບຮ້ອຍຄົນ. ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຫຼາຍທີ່ສຸດແມ່ນຢູ່ນະຄອນ ກາຊາ ເຊິ່ງແມ່ນບ່ອນທີ່ ກອງທັບ ອິດສະລາແອັນ ປະຕິບັດບັ້ນບຸກໂຈມຕີຮ່ວມກຳລັງ ດ້ວຍກອງທັບບົກ ແລະ ກອງທັບອາກາດເພື່ອຢຶດຄອງເຂດນີ້.

ແລະກໍ່ໃນວັນດຽວກັນ, ຢູ່ອິດສະລາແອັນ ມີປະຊາຊົນນັບຮ້ອຍຄົນ ໃນນັ້ນມີພໍ່ແມ່ພີ່ນ້ອງຂອງບັນດາຕົວປະກັນຫຼາຍຄົນ ສືບຕໍ່ເຕົ້າໂຮມກັນແຫ່ປະທ້ວງຢູ່ນອກທຳນຽບ ຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຢູ່ Jerusalem, ເພື່ອຄັດຄ້ານບັ້ນບຸກໂຈມຕີ ຢຶດຄອງນະຄອນ ກາຊາ ຂອງກອງທັບອິດສະລາແອັນ. ບັນດາຜູ້ແຫ່ຂະບວນປະທ້ວງ ວິຕົກກັງວົນຕໍ່ເລື່ອງບຸກໂຈມຕີເລັ່ງໃສ່ນະຄອນ ກາຊາ ຈະກໍ່ຄວາມອັນຕະລາຍຕໍ່ຊີວິດຂອງ ຕົວປະກັນ, ພ້ອມທັງເລັ່ງໃຫ້ ລັດຖະບານ ອິດສະລາແອັນ ມຸ່ງໄປເຖິງຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນກັບ ກຳລັງ ຮາມາດສ. ໃນສະພາບການສາກົນ, ບັນດາປະເທດ ອາຣັບ ແລະ ອິດສະລາມ ສືບຕໍ່ກ່າວປະນາມ ແລະ ຮຽກຮ້ອງອິດສະລາແອັນ ຢຸດຕິບັ້ນບຸກໂຈມຕີນະຄອນ ກາຊາໃນທັນທີ, ກັບຄືນໂຕະເຈລະຈາເພື່ອຊຸກຍູ້ຂໍ້ຕົກລົງຢຸດຍິງ, ມຸ່ງໄປເຖິງການສິ້ນສຸດການປະທະກັນຢ່າງສົມບູນ

This site is protected by reCAPTCHA and the Google Privacy Policy and Terms of Service apply.