ຂ່າວເດັ່ນ

ມີ​ຜູ້​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນກວ່າ 40 ຄົນ ພາຍຫຼັງ​ພາ​ຍຸ ບົວ​ລອຍ

ມີ​ຜູ້​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນກວ່າ 40 ຄົນ ພາຍຫຼັງ​ພາ​ຍຸ ບົວ​ລອຍ

(VOVWORLD) - ໄລ່ຮອດເວລາ 11 ໂມງຂອງຕອນບ່າຍວັນທີ 30 ກັນຍາ, ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ລົມໃຕ້ຝຸ່ນດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນກວ່າ 40 ຄົນ, ເຮືອນຊານຂອງປະຊາຊົນນັບແສນຫຼັງຖືກເປ່ເພ, ເສຍຫາຍ

ພາຍຸບົວລອຍ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຢູ່ຫຼາຍແຂວງຂອງ ຫວຽດນາມ

ໄລ່ຮອດເວລາ 11 ໂມງຂອງຕອນບ່າຍວັນທີ 30 ກັນຍາ,  ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ລົມໃຕ້ຝຸ່ນດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນກວ່າ 40 ຄົນ, ເຮືອນຊານຂອງປະຊາຊົນນັບແສນຫຼັງຖືກເປ່ເພ, ເສຍຫາຍ; ເນື້ອທີ່ເຂົ້າ ແລະ ພືດພັນທັນຍາຫານນັບໝື່ນເຮັກຕາຖືກນ້ຳຖ້ວມ; ເນື້ອທີ່ປູກລ້ຽງສິນໃນນ້ຳເກືອບ 7.300 ເຮັກຕາຖືກເສຍຫາຍ, ລະດັບຄັນຄູ, ແຄມແມ່ນ້ຳ, ແຄມທະເລກວ່າ 6.400 ແມັດ ຖືກເຊາະເຈືື່ອນ… .; ບັນດາແຂວງ ແທັງຮວ໊າ, ເງະອານ, ຮ່າຕິງ, ກວ໋າງຈິ ບໍ່ມີໄຟຟ້າໃຊ້ເປັນວົງກວ້າງ.

        ຍ້ອນຖືກຜົນກະທົບຫຼັງພາຍຸບົວລອຍ, ຂະແໜງລົດໄຟ ຫວຽດນາມ ຕ້ອງຢຸດຕິການເຄື່ອນໄຫວຂອງຖ້ຽວລົດໄຟຈຳນວນໜຶ່ງໄວ້ຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພ. 

        ຕໍ່ໜ້າບັນດາຜົນເສຍຫາຍຍ້ອນພາຍຸ ບົວລອຍ ກໍ່ຂຶ້ນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິງ ຫວໍຈ້ອງຫາຍ ສະເໜີໃຫ້ລະດົມກຳລັງຢູ່ກັບບ່ອນ ຍົກຍ້າຍບັນດາຄອບຄົວຢູ່ໃນເຂດມີຄວາມສ່ຽງຖືກດິນເຊາະເຈືອນ ຢ່າງຮີບດ່ວນ.

        ໃນຂະນະນັ້ນ, ຢູ່ພາກເໜືອ, ຜົນກະທົບພາຍຫຼັງພາຍຸ ບົວລອຍ ໄດ້ກໍ່ໃຫ້ເກີດຝົນຕົກໜັກຢູ່ຫຼາຍແຂວງ, ນະຄອນ, ເຊັ່ນ: ຮ່າໂນ້ຍ, ຝູທໍ້, ຖາຍງວຽນ, ຕວຽນກວາງ, ລາວກາຍ. ເສັ້ນທາງຫຼາຍສາຍໄປຍັງບັນດາຕາແສງເຂດພູສູງ, ເຂດຫ່າງໄກສອກຫຼີກຂອງຫຼາຍທ້ອງຖິ່ນຖືກຕັດຂາດ, ສະພາບດິນເຊາະເຈື່ອນເກີດຂຶ້ນໃນໄລຍະຝົນຕົກ ແລະ ຫຼັງຝົນຕົກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.