ຂ່າວເດັ່ນ

ມີ​​ຜູ້​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ​ຕື່ມ​ອີກ 2 ທ່ານ

ມີ​​ຜູ້​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ​ຕື່ມ​ອີກ 2 ທ່ານ

(VOVWORLD) - ເວັບໄຊທາງການຂອງປະທານສະມັດຊາໃຫຍ່ ສປຊ ໄດ້ປະກາດລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເຂົ້າຕຳແໜ່ງເລຂາທິການໃຫຍ່ ສປຊ ອາຍຸການຕໍ່ໄປຕື່ມອີກ 2 ທ່ານ, ອັນໄດ້ຍົກຈຳນວນຜູ້ສະໝັກຮັບເລືອກຕັ້ງທັງໝົດໃນປັດຈຸບັນຂຶ້ນເປັນ 4 ທ່ານ.

ທ່ານ Macky Sall ອະດີດປະທານາທິບໍດີ ເຊເນການ (ພາບ: Yevgeny Biyatov/Host photo agency RIA Novosti via REUTERS)

ລະອຽດ, ບູຣູນດີ, ປະເທດປະທານສະຫະພາບ ອາຟະລິກາ ໃນປັດຈຸບັນ ສະເໜີທ່ານ Macky Sall ອະດີດປະທານາທິບໍດີ ເຊເນການ; ໃນຂະນະນັ້ນ, ໂກດສະຕາຣີກາ ສະເໜີທ່ານນາງ Rebeca Grynspan ນັກເສດຖະສາດ, ອະດີດປະທານາທິບໍດີ ປະເທດນີ້.

 ທ່ານນາງ Rebeca Grynspan ອະດີດປະທານາທິບໍດີ ໂກດສະຕາຣີກາ (ພາບ: REUTERS/Mayela Lopez)

        ຕາມແຈ້ງການຂອງທ່ານ Annalena Baerbock ປະທານສະມັດຊາໃຫຍ່ ສປຊ ແລ້ວ, ບັນດາຜູ້ສະໝັກຮັບເລືອກຕັ້ງຈະເຂົ້າຮ່ວມວາລະອະພິປາຍເລີ່ມແຕ່ວັນທີ 20 ເມສາ, ດ້ວຍເນື້ອໃນປິ່ນອ້ອມ 3 ເສົາຄ້ຳຂອງ ສປຊ ນັ້ນແມ່ນ: ສັນຕິພາບ ແລະ ຄວາມໝັ້ນຄົງ, ສິດທິມະນຸດ ແລະ ການພັດທະນາ. ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ຈະສະແດງວິໄສທັດກ່ຽວກັບບັນດາບັນຫາດັ່ງກ່າວ ແລະ ຫຼັງຈາກນັ້ນຈະຕອບຄຳຖາມກໍຄືແລກປ່ຽນກັບຜູ້ຕາງໜ້າບັນດາປະເທດສະມາຊິກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.