ຂ່າວເດັ່ນ

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

(VOVWORLD) - ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ

ໃນຂອບເຂດງານຕະຫຼາດນັດ ລະດູໃບໄມ້ຫຼົ່ນ 2025, ກົມສົ່ງເສີມການຄ້າ (ກະຊວງການຄ້າ) ຈະສົມທົບກັບຫ້ອງການການຄ້າ ຫວຽດນາມ ປະຈຳຢູ່ນິວຊີແລນ ແລະ ສະພາດຳເນີນທຸລະກິດ ອາຊຽນ - ນິວຊີແລັນ (ANZBC) ຈັດຂຶ້ນກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ເຊື່ອມຕໍ່ການແລກປ່ຽນການຄ້າ ລະຫວ່າງ ວິສາຫະກິດ ຫວຽດນາມ - ນິວຊີແລນ. ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ… ຢູ່ກອງປະຊຸມ, ຄະນະຈັດຕັ້ງຈະສັບຊ້ອນສະຖານທີ່ ເຊື່ອມຕໍ່ ວິສາຫະກິດ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດ ແລກປ່ຽນໂດຍກົງ(B2B), ຊອກຫາຄູ່ຮ່ວມມື, ແບ່ງປັນຂໍ້ມູນ ແລະ ບັນດາຂໍ້ຕົກລົງໃນການຮ່ວມມື.


This site is protected by reCAPTCHA and the Google Privacy Policy and Terms of Service apply.