ຂ່າວເດັ່ນ

ມີບໍລິສັດການບິນ ອິດສະຣາແອັນ ອີກ 1 ບໍລິສັດ ປະກາດເປີດສາຍການບິນໂດຍກົງມາຍັງ ຮ່າໂນ້ຍ

ມີບໍລິສັດການບິນ ອິດສະຣາແອັນ ອີກ 1 ບໍລິສັດ ປະກາດເປີດສາຍການບິນໂດຍກົງມາຍັງ ຮ່າໂນ້ຍ

(VOVWORLD) - ບໍລິສັດການບິນແຫ່ງຊາດ ອິດສະຣາແອັນ (El Al Israel Airlines) ຫາກໍ່ແຈ້ງແຜນການເປີດ 9 ຖ້ຽວການບິນໃໝ່ໃນແຜນການຂະຫຍາຍຖ້ຽວການບິນທີ່ຈະມາເຖິງ.

ເຮືອບິນຂອງບໍລິສັດ El Al Israel Airlines
(ພາບປະກອບ: WAM/REUTERS)

ຕາມນັ້ນແລ້ວ, ແຕ່ເດືອນ ຕຸລາ 2026, El Al Israel Airlines ຈະຂຸດຄົ້ນສາຍການບິນໂດຍກົງໄປນະຄອນ ຮ່າໂນ້ຍ (ຫວຽດນາມ). ຄາດວ່າ, ຈະມີ 3 ຖ້ຽວໄປ-ກັບ/ອາທິດ.

ດ້ວຍແຜນການດັ່ງກ່າວ, El Al Israel Airlines ກາຍເປັນບໍລິສັດການບິນທີ 2 ຂອງ ອິດສະຣາແອັນ ປະກາດເປີດສາຍການບິນໄປ ຫວຽດນາມ ໃນປີ 2026. ການເຄື່ອນໄຫວດັ່ງກ່າວຊີ້ໃຫ້ເຫັນວ່າ ຕະຫຼາດການບິນ ຫວຽດນາມ ພວມດຶງດູດຄວາມສົນໃຈຈາກບັນດາບໍລິສັດການບິນສາກົນ ໃນສະພາບທີ່ຄວາມຕ້ອງການໄປທ່ອງທ່ຽວ ແລະ ແລກປ່ຽນການຄ້າເພີ່ມຂຶ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.