ຂ່າວເດັ່ນ

ມີຫຼາຍ​ບັ້ນ​ແຫ່​ຂະ​ບວນ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ເກີດ​ຂຶ້ນ​ຢູ່ ຕວັກ​ກີ

ມີຫຼາຍ​ບັ້ນ​ແຫ່​ຂະ​ບວນ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ເກີດ​ຂຶ້ນ​ຢູ່ ຕວັກ​ກີ

(VOVWORLD) - ເຖິງວ່າສ່ວນຫຼາຍບັນດາບັ້ນແຫ່ຂະບວນປະທ້ວງໄດ້ດຳເນີນໃນສັນຕິພາບກໍຕາມ, ແຕ່ຢູ່ Istanbul ຫຼື ນະຄອນຫຼວງ Ankara ແລະ ນະຄອນໃຫຍ່ Izmir, ມີການແຫ່ຂະບວນປະທ້ວງຈໍານວນໜຶ່ງໄດ້ກາຍເປັນການປະທະກັນລະຫວ່າງປະຊາຊົນ ແລະ ຕຳຫຼວດ.

ການປະທະກັນເກີດຂຶ້ນຢູ່ Istanbul (ພາບ: AFP)

ວັນທີ 23 ມີນາ, ສານນະຄອນ Istanbul, ຕວັກກີ ໄດ້ອອກຄຳສັ່ງຈັບຕົວທ່ານ Ekrem Imamoglu ເຈົ້າຄອງນະຄອນດັ່ງກ່າວຢ່າງເປັນທາງການ ແລະ ປະມານອີກ 20 ຄົນໃນໄລຍະລໍຖ້າການພິພາກສາຂອງຄະດີສໍ້ລາດບັງຫຼວງ. ກ່ອນໜ້ານັ້ນ 1 ວັນ, ໃນການໄຕ່ສວນຂອງຕຳຫຼວດຕ້ານການກໍ່ການຮ້າຍ, ທ່ານ Ekrem Imamoglu ໄດ້ປະຕິເສດທຸກຂໍ້ກ່າວຫາສໍ້ລາດບັງຫຼວງ ແລະ ການກໍ່ການຮ້າຍ ທີ່ເລັງໃສ່ທ່ານ.

        ມີປະຊາຊົນນັບໝື່ນຄົນສະໜັບສະໜູນເຈົ້າຄອງນະຄອນ Istanbul ໃນທົ່ວປະເທດ ໄດ້ລົງຖະໜົນແຫ່ຂະບວນປະທ້ວງເມື່ອພັກປະຊາຊົນສາທາລະນະຝ່າຍຄ້ານຖືວ່າ ເຫດຈັບຕົວດັ່ງກ່າວກ່ຽວຂ້ອງເຖິງຈຸດປະສົງການເມືອງ. ຕາມບັນດາອົງການສື່ມວນຊົນໃຫຍ່ແລ້ວ, ນີ້ແມ່ນການແຫ່ຂະບວນປະທ້ວງຂະໜາດໃຫຍ່ກວ່າໝູ່ທີ່ເກີດຂຶ້ນຢູ່ ຕວັກກີ ໃນໄລຍະກວ່າໜຶ່ງທົດສະວັດຜ່ານມາ. ເຖິງວ່າສ່ວນຫຼາຍບັນດາບັ້ນແຫ່ຂະບວນປະທ້ວງໄດ້ດຳເນີນໃນສັນຕິພາບກໍຕາມ, ແຕ່ຢູ່ Istanbul ຫຼື ນະຄອນຫຼວງ Ankara ແລະ ນະຄອນໃຫຍ່ Izmir, ມີການແຫ່ຂະບວນປະທ້ວງຈໍານວນໜຶ່ງໄດ້ກາຍເປັນການປະທະກັນລະຫວ່າງປະຊາຊົນ ແລະ ຕຳຫຼວດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.