ຂ່າວເດັ່ນ

ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ໄຊ​ຊະ​ນະ​ຟາດ​ຊິດ​ໄດ້​ຈັດ​ຂຶ້ນ​ໃນ​ໂລກ

ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ໄຊ​ຊະ​ນະ​ຟາດ​ຊິດ​ໄດ້​ຈັດ​ຂຶ້ນ​ໃນ​ໂລກ

(VOVWORLD) - ວັນທີ 9 ພຶດສະພາ, ລັດເຊຍ ໄດ້ຈັດຂຶ້ນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປ້ອງປະຕຸພູມອັນຍິ່ງໃຫຍ່.

ເຫດການຫຼັກຊອງວັນໄຊຊະນະແມ່ນການເດີນສວນສະໜາມກ້ອນກຳລັງ ຢູ່ຈັດຕູລັດແດງ ທີ່ໄດ້ດຳເນີນຕອນເວລາ 10 ໂມງ (ຕາມເວລາມົດສະກູ). ລັດເຊຍໄດ້ເຊື້ອເຊີນການນຳທີ່ມາຈາກ 29 ປະເທດເຂົ້າຮ່ວມເຫດການນີ້. ໃນຈຳນວນບັນດາການນຳເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro, ທ່ານປະທານາທິບໍດີ ເອຢິບ Abdel Fattah el-Sisi... ກ່ອນໜ້ານັ້ນ, ໃນວັນທີ 8 ພຶດສະພາ, ພິທີສະເຫຼີມສະຫຼອງເຫດການນີ້ກໍ່ໄດ້ຈັດຂຶ້ນຢູ່ຫຼາຍປະເທດ ຄືຢູ່ Tajikistan, Kazakhstan,  Angola, Venezuela, Liban, Iraq…

This site is protected by reCAPTCHA and the Google Privacy Policy and Terms of Service apply.