ຂ່າວເດັ່ນ

ມີຫຼາຍ​ໂອ​ກາດ​ຮ່ວມ​ມື​ໃໝ່​ລະ​ຫວ່າງ​ນະ​ຄອນ ໂຮຈ​ີມິນ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ ຮຸງ​ກາ​ຣີ

ມີຫຼາຍ​ໂອ​ກາດ​ຮ່ວມ​ມື​ໃໝ່​ລະ​ຫວ່າງ​ນະ​ຄອນ ໂຮຈ​ີມິນ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ ຮຸງ​ກາ​ຣີ

(VOVWORLD) - ຮຸງກາຣີຍາມໃດກໍ່ສົ່ງເສີມບັນດາວິສາຫະກິດ ຊອກຫາໂອກາດມາລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ, ທ່ານປາດຖະໜາຢາກ ນະຄອນ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຮຸງກາຣີ ມາຮ່ວມມື, ດຳເນີນທຸລະກິດ ແລະ ເພີ່ມທະວີການຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຈອງ ຮຸງກາຣີ.

ທ່ານ ຫວໍວັນມິງ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo (ພາບ: VOV)

ຕອນບ່າຍວັນທີ 18 ຕຸລາ, ທ່ານ ຫວໍວັນມິງ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ໃນໂອກາດມານະຄອນ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ທີ່ການຕ້ອນຮັບ, ທ່ານ ຫວໍວັນມິງ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ຫາກໍ່ໂຮມແຂວງ ບິ່ງເຢືອງ ແລະ ແຂວງບ່າເຣ້ຍ - ຫວູງເຕົ້າເຂົ້າເປັນ “ມະຫາຕົວເມືອງ” ດ້ວຍຂອບຂະໜາດປະຊາກອນກ່ວາ 14 ລ້ານຄົນ ແລະ ເນື້ອທີ່ກວ່າ 6.700 ຕາລາງກີໂລແມັດ. ນະຄອນ ພວມມານະພະຍາຍາມເສີມຂະຫຍາຍບັນດາທ່າໄດ້ປຽບເພື່ອພັດທະນາຢູ່ບັນດາຂົງເຂດ. ພິເສດ, ນະຄອນໂຮ່ຈີມິນ ພວມຊຸກຍູ້ການສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ.

ສ່ວນທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ໃຫ້ຮູ້ວ່າ ຮຸງກາຣີຍາມໃດກໍ່ສົ່ງເສີມບັນດາວິສາຫະກິດ ຊອກຫາໂອກາດມາລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ, ທ່ານປາດຖະໜາຢາກ ນະຄອນ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຮຸງກາຣີ ມາຮ່ວມມື, ດຳເນີນທຸລະກິດ ແລະ ເພີ່ມທະວີການຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຈອງ ຮຸງກາຣີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.