ຂ່າວເດັ່ນ

ມີຫຼາຍກວ່າ 10.000 ຄົນເຂົ້າຮ່ວມພິທີໃຕ້ທຽນພາວະນາໃຫ້ມີສັນຕິພາບ ໃນຂອບເຂດວັນບຸນວິສາຂະບູຊາ 2025

ມີຫຼາຍກວ່າ 10.000 ຄົນເຂົ້າຮ່ວມພິທີໃຕ້ທຽນພາວະນາໃຫ້ມີສັນຕິພາບ ໃນຂອບເຂດວັນບຸນວິສາຂະບູຊາ 2025

(VOVWORLD) - ບັນດາຜູ້ແທນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ສະຫງວນເວລາເພື່ອອາໄລຫາຊາວ ຫວຽດນາມ ກວ່າ 3 ລ້ານຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ

ພິທີໃຕ້ທຽນ - ຄຳຄືນປ່ອຍໂຄມໄຟ
(ພາບ: VTC News)

        ໃນຂອບເຂດຂ່ຳນັບຊົມເຊີຍວັນບຸນວິສາຂະບູຊາສະຫະປະຊາຊາດ (Vesak) ປີ 2025, ຕອນຄ່ຳວັນທີ 06 ພຶດສະພາ, ໃນບໍລິເວນສະຖາບັນສົງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ແລະ ສວນສາທາລະນະວັດທະນະທຳ ລາງແລ, ເມືອງ ບິ່ງແຈັງ, ນະຄອນ ໂຮ່ຈີມິນ, ມີຫຼາຍກວ່າ 10.000 ຄົນໄດ້ເຂົ້າຮ່ວມພິທີໃຕ້ທຽນ - ຄຳຄືນປ່ອຍໂຄມໄຟພາວະນາໃຫ້ໂລກມີສັນຕິພາບ, ໂດຍສະມາຄົມພູດທະສາສະໜາມ ຫວຽດນາມ ຈັດຂຶ້ນ.

        ທີ່ພິທີ, ບັນດາຜູ້ແທນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ສະຫງວນເວລາເພື່ອອາໄລຫາຊາວ ຫວຽດນາມ ກວ່າ 3 ລ້ານຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຕອບບຸນແທນຄຸນບັນດາທະຫານເຈັບປວຍ ແລະ ແມ່ ຫວຽດນາມ ວິລະຊົນ, ບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ.

        ກ່າວຄຳເຫັນທີ່ພິທີ, ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ, ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເຄົ້າລົບສິດເສລີດ້ານສາສະໜາ ແລະ ສິດເສລີໃນການເຊື່ອມຖືເຫຼື້ອມໄສ ແລະ ບໍ່ເຊື່ອຖືຂອງປະຊາຊົນໝົດທຸກຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.