ຂ່າວເດັ່ນ

ມີຫລາຍສັນຍານດີກ່ຽວກັບສະພາບການວິສາຫະກິດໃນປີໃຫມ່ 2022

ມີຫລາຍສັນຍານດີກ່ຽວກັບສະພາບການວິສາຫະກິດໃນປີໃຫມ່ 2022

(VOVWORLD) -ໃນຈຳນວນ 23 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນໃຫມ່ຢູ່ ຫວຽດນາມ ໃນເດືອນ ມັງກອນປີ 2022, ສິງກະໂປແມ່ນນັກລົງທຶນໃຫຍ່ສຸດ ດ້ວຍກວ່າ 198 ລ້ານ USD, ຖັດມາຕາມລຳດັບແມ່ນ ເຂດປົກຄອງພິເສດ ຮົ່ງກົງ, ຝລັ່ງ, ຈີນ, Seychelles...

ບົດລາຍງານສະພາບການເສດຖະກິດສັງຄົມເດືອນມັງກອນປີ 2022 ຂອງກົມໃຫຍ່ສະຖິຕິ ປະກາດໃນວັນທີ 29 ມັງກອນ ໄດ້ຮັບຮູ້ສະພາບການຈົດທະບຽນວິສາຫະກິດໃນເດືອນທຳອິດຂອງປີໃຫມ່ ໄດ້ມີຫລາຍສັນຍານດີຂຶ້ນ. ຈຳນວນວິສາຫະກິດສ້າງຕັ້ງໃຫມ່ແມ່ນເພີ່ມຂຶ້ນທັງຈຳນວນ ແລະ ທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ທຶນຈົດທະບຽນສະເລ່ຍຂອງວິສາຫະກິດຫນຶ່ງສ້າງຕັ້ງໃຫມ່ໃນເດືອນມັງກອນ ບັນລຸ 14,8 ຕື້ດົ່ງ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ເດືອນທັນວາປີ 2021 ແລະ ເພີ່ມຂຶ້ນ 194% ເມື່ອທຽບໃສ່ເດືອນ ມັງກອນປີ 2021, ຍົກຍອດຈຳນວນວິສາຫະກິດສ້າງຕັ້ງໃຫມ່ ແລະ ວິສາຫະກິດກັບຄືນມາເຄື່ອນໄຫວໃນເດືອນ ມັງກອນ ປີ 2022 ແມ່ນຂຶ້ນເຖິງ 32.000 ແຫ່ງ. ຕາມການຕີລາຄາຂອງກົມໃຫຍ່ສະຖິຕິ, ນີ້ແມ່ນສັນຍານທີ່ດີສົມຄວນໃຫ້ແກ່ການພັດທະນາວິສາຫະກິດໃນປີ 2022. ກ່ຽວກັບການເຄື່ອນໄຫວລົງທຶນຂອງຕ່າງປະເທດ, ກົມໃຫຍ່ສະຖິຕິໃຫ້ຮູ້ວ່າ: ຍອດເງິນລົງທຶນຂອງຕ່າງປະເທດຈົດທະບຽນເຂົ້າຫວຽດນາມ ໄລ່ຮອດວັນທີ 20 ມັງກອນ ບັນລຸ 2,1 ຕື້ USD, ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

 ໃນຈຳນວນ 23 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນໃຫມ່ຢູ່ ຫວຽດນາມ ໃນເດືອນ ມັງກອນປີ 2022, ສິງກະໂປແມ່ນນັກລົງທຶນໃຫຍ່ສຸດ ດ້ວຍກວ່າ 198 ລ້ານ  USD, ຖັດມາຕາມລຳດັບແມ່ນ ເຂດປົກຄອງພິເສດ ຮົ່ງກົງ, ຝລັ່ງ, ຈີນ, Seychelles...

This site is protected by reCAPTCHA and the Google Privacy Policy and Terms of Service apply.