ຂ່າວເດັ່ນ

ມີການແຫ່​ຂະ​ບວນ​ປະ​ທ້ວງ​ເກີ​ດ​ຂຶ້ນຫຼາຍຄັ້ງ​ເພື່ອ​ຮຽກ​ຮ້ອງ Tel Aviv ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

ມີການແຫ່​ຂະ​ບວນ​ປະ​ທ້ວງ​ເກີ​ດ​ຂຶ້ນຫຼາຍຄັ້ງ​ເພື່ອ​ຮຽກ​ຮ້ອງ Tel Aviv ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

(VOVWORLD) - ການແຫ່ຂະບວນປະທ້ວງເກີດຂຶ້ນຢ່າງຮ້າຍແຮງທີ່ສຸດໃນວັນທີ 07 ມິຖຸນາ ຢູ່ນະຄອນຫຼວງ ໂຣມ ຂອງ ອີຕາລີ, ດ້ວຍການເຂົ້າຮ່ວມຂອງປະມານ 300.000 ຄົນ ໂດຍຂະບວນການ 5 ດາວ ແລະ ສຳພັນທະມິດຝ່າຍຊ້າຍຂຽວຢູ່ ອີຕາລີ ປຸກລະດົມ.


ໂດຍບໍ່ຫົວຊາຕໍ່ການຮຽກຮ້ອງ ແລະ ຄຳກ່າວເຕືອນສາກົນ, ວັນທີ 07 ມິຖຸນາ, ກອງທັບ ອິດສະຣາແອັນ ສືບຕໍ່ເປີດຫຼາຍບັ້ນບຸກໂຈມຕີເຂົ້າເຂດ ກາຊາ, ເຮັດໃຫ້ຊາວປະແລັດສະຕິນຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ. ໃນຂະນະນັ້ນ ຢູ່ ອິດສະຣາແອັນ ແລະ ບາງປະເທດ ເອີຣົບ, ກະແສຟອງຄັດຄ້ານສົງຄາມສືບຕໍ່ເພີ່ມຂຶ້ນ ແລະ ດຶງດູດການເຂົ້າຮ່ວມຂອງນັບແສນຄົນ.

        ການແຫ່ຂະບວນປະທ້ວງເກີດຂຶ້ນຢ່າງຮ້າຍແຮງທີ່ສຸດໃນວັນທີ 07 ມິຖຸນາ ຢູ່ນະຄອນຫຼວງ ໂຣມ ຂອງ ອີຕາລີ, ດ້ວຍການເຂົ້າຮ່ວມຂອງປະມານ 300.000 ຄົນ ໂດຍຂະບວນການ 5 ດາວ ແລະ ສຳພັນທະມິດຝ່າຍຊ້າຍຂຽວຢູ່ ອີຕາລີ ປຸກລະດົມ. ເຂົາເຈົ້າໄດ້ຖືປ້າຍຄຳຂວັນ ແລະ ຮ້ອງໂຮຄຳຂວັນຮຽກຮ້ອງໃຫ້ຢຸດຕິການບຸກໂຈມຕີຂອງ ອິດສະຣາແອັນ ເຂົ້າເຂດ ກາຊາ, ຢຸດຕິການກະທຳເຂັ່ນຂ້າສາມັນຊົນ ປາແລັດສະຕິນ.

        ຢູ່ ອິດສະຣາແອັນ, ບັນດາບັ້ນແຫ່ຂະບວນປະທ້ວງຄັດຄ້ານສົງຄາມສືບຕໍ່ເກີດຂຶ້ນໃນຕອນຄ່ຳວັນເສົາຂອງທຸກໆອາທິດ. ໃນນັ້ນເຂດ Tel Aviv  ແມ່ນຈຸດຮ້ອນຂອງບັ້ນແຫ່ຂະບວນຄັ້ງນີ້.

ນັກຂ່າວ VOV ປະຈຳ ອີຢິບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.