ຂ່າວເດັ່ນ

ມີການເຄື່ອນໄຫວຫຼາຍຢ່າງເພື່ອຕອບບຸນແທນຄຸນຕໍ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

ມີການເຄື່ອນໄຫວຫຼາຍຢ່າງເພື່ອຕອບບຸນແທນຄຸນຕໍ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

(VOVWORLD) - ທ່ານ ເລມິນຮືງ, ຫົວໜ້າຄະນະຈັດຕັ້ງສູນກາງ, ໄດ້ໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ ຢູ່ແຂວງ ຮ່າຕິ້ງ

ທ່ານ ເລມິນຮືງ, ຫົວໜ້າຄະນະຈັດຕັ້ງສູນກາງ, ມອບຂອງຂວັນໃຫ້ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025), ວັນທີ 20 ກໍລະກົດ, ຄະນະປະຕິບັດງານຂອງສູນກາງ ໂດຍທ່ານ ເລມິນຮືງ, ຫົວໜ້າຄະນະຈັດຕັ້ງສູນກາງ, ນຳໜ້າ, ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ ຢູ່ແຂວງ ຮ່າຕິ້ງ.

ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດັກລັກ; ມອບຂອງຂວັນ 55 ພູດໃຫ້ຄອບຄົວນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຂອງແຂວງ ດັກລັກ .

ຕອນບ່າຍວັນທີ 20 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ຕວຽນກວາງ, ຕາແສງ ມິນຊວັນ (ຕວຽນກວາງ), ຄະນະບໍລິຫານງານພຸດທະສາສະໜາ ຫວຽດນາມ ແຂວງ ຕວຽນກວາງ ໄດ້ຈັດພິທີອາຫາໄລບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ເນື່ອງໃນໂອກາດນີ້, ສະມາຄົມພຸດທະສາສະໜາແຂວງ ຕວຽນກວາງ ໄດ້ມອບຂອງຂວັນ 20 ພູດໃຫ້ແກ່ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.