ຂ່າວເດັ່ນ

ມີພະ​ນັກ​ງານ, ນັກ​ຮົບ​​ເກືອບ 16.000 ​ຄົນ ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ເດີນ​ຂະ​ບວນ​ສວນ​ສະ​ໜາມ​ລວມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ທີ 02 ກັນ​ຍາ

ມີພະ​ນັກ​ງານ, ນັກ​ຮົບ​​ເກືອບ 16.000 ​ຄົນ ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ເດີນ​ຂະ​ບວນ​ສວນ​ສະ​ໜາມ​ລວມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ທີ 02 ກັນ​ຍາ

(VOVWORLD) - ໃນການຝຶກຊ້ອມນີ້ ປະກົດມີລະບົບອາວຸດ, ຍຸດໂທປະກອນທີ່ທັນສະໄໝ, ໃນນັ້ນ ມີຫຼາຍຜະລິດຕະພັນຂອງພື້ນຖານອຸດສາຫະກຳປ້ອງກັນຊາດ ຫວຽດນາມ ຄົ້ນຄວ້າ ແລະ ປະດິດແຕ່ງ. ຜ່ານນັ້ນ ກໍສະແດງໃຫ້ເຫັນກຳລັງແຮງຂອງເຄື່ອງຈັກ ແລະ ຄວາມພ້ອມຕໍ່ສູ້ຢ່າງສູງຂອງກອງທັບປະຊາຊົນ ຫວຽດນາມ.

ໃນການຝຶກຊ້ອມຄັ້ງນີ້ ປະກົດມີລະບົບອາວຸດ, ຍຸດໂທປະກອນທີ່ທັນສະໄໝ (ພາບ: VTCNEWS)

ວັນທີ 05 ສິງຫາ, ຢູ່ສູນຝຶກຊ້ອມການທະຫານແຫ່ງຊາດເລກທີ 4 ຢູ່ຮ່າໂນ້ຍ, ມີພະນັກງານ, ນັກຮົບເກືອບ 16.000 ຄົນ ຈາກບັນດາກົມກອງຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ໄດ້ປະຕິບັດໜ້າທີ່ເດີນຂະບວນ, ສວນສະໜາມໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ແລະ ວັນສະຖາປະນາປະເທດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ (ໜ້າທີ່ A80), ໄດ້ດຳເນີນການຝຶກຊ້ອມລວມຄັ້ງທີ 2. ໂດຍເປັນກຽດເຂົ້າຮ່ວມປະຕິບັດໜ້າທີ A80, ທ່ານນາງ ຮ້ອຍໂທ ຫງວຽນເຟືອງແທັງ, ທະຫານເປັນມືອາຊີບ, ກ້ອນກຳລັງເພດຍັງຮັກສາສັນຕິພາບ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດ… ພາຍຫຼັງຝຶກຊ້ອມມາໄດ້ 3 ເດືອນ ແລະ ທຸກຄົນລ້ວນແຕ່ພະຍາຍາມເພື່ອປະຕິບັດໜ້າທີ່ເຊິ່ງຕົນໄດ້ມອບໝາຍໃຫ້ເປັນຢ່າງດີ. ຂ້າພະເຈົ້າປາດຖະໜາວ່າ ການຝຶກຊ້ອມລວມຄັ້ງນີ້ຈະໄດ້ຮັບຄຳເຫັນປະກອບເພື່ອທອດຖອນບົດຮຽນໃຫ້ແກ່ຕົນເອງ, ປະຕິບັດໃຫ້ດີກວ່າເພື່ອມຸ່ງໄປເຖິງວັນຊາດທີ 2 ກັນຍາ, ພວກຂ້າພະເຈົ້າໄດ້ກ້າວຍ່າງຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຕິວັດ”.

        ໃນການຝຶກຊ້ອມນີ້ ປະກົດມີລະບົບອາວຸດ, ຍຸດໂທປະກອນທີ່ທັນສະໄໝ, ໃນນັ້ນ ມີຫຼາຍຜະລິດຕະພັນຂອງພື້ນຖານອຸດສາຫະກຳປ້ອງກັນຊາດ ຫວຽດນາມ ຄົ້ນຄວ້າ ແລະ ປະດິດແຕ່ງ. ຜ່ານນັ້ນ ກໍສະແດງໃຫ້ເຫັນກຳລັງແຮງຂອງເຄື່ອງຈັກ ແລະ ຄວາມພ້ອມຕໍ່ສູ້ຢ່າງສູງຂອງກອງທັບປະຊາຊົນ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.