ຂ່າວເດັ່ນ

ມີຜູ້​ເສຍ​ຊີ​ວິດ 37 ຄົນ ໃນ​ເຫດ​ໄຟ​ໄໝ້​ປ່າ​ຢູ່ ສ.ເກົາຫຼີ

ມີຜູ້​ເສຍ​ຊີ​ວິດ 37 ຄົນ ໃນ​ເຫດ​ໄຟ​ໄໝ້​ປ່າ​ຢູ່ ສ.ເກົາຫຼີ

(VOVWORLD) - ຮອດເວລາ 9 ໂມງເຊົ້າຂອງວັນທີ 26 ມີນາ, ຕາມເວລາທ້ອງຖິ່ນ, ໄດ້ມີຜູ້ເສຍຊີວິດ 18 ຄົນ ແລະ ຜູ້ຖືກບາດເຈັບ 19 ຄົນ.

ວຽກງານດັບເພີງພວມໄດ້ຮັບການຜັນຂະຫຍາຍ ຢ່າງຕັ້ງໜ້າ (ພາບ: Yonhap News)

ຕາມບົດລາຍງານຂອງອົງການສູນກາງຮັບມືກັບໄພພິບັດ ສ.ເກົາຫຼີ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ມີນາ, ບັນດາສະຖານທີ່ເກີດໄຟໄໝ້ເລີ່ມເກີດຂຶ້ນແຕ່ວັນທີ 21 ມີນາ ຜ່ານມາ ຢູ່ນະຄອນ Andong ແລະ ຫຼາຍທ້ອງຖິ່ນອື່ນຂອງ ສ.ເກົາຫຼີ ຍັງສືບຕໍ່ແຜ່ລາມ. ຮອດເວລາ 9 ໂມງເຊົ້າຂອງວັນທີ 26 ມີນາ, ຕາມເວລາທ້ອງຖິ່ນ, ໄດ້ມີຜູ້ເສຍຊີວິດ 18 ຄົນ ແລະ ຜູ້ຖືກບາດເຈັບ 19 ຄົນ, ໃນນັ້ນ ມີ 6 ຄົນຮັບບາດເຈັບສາຫັດ ພວມໄດ້ຮັບການປິ່ນປົ່ວສຸກເສີນຢູ່ໂຮງໝໍ. ໄຟໄໝ້ໄດ້ຈູດເຜົາທຳລາຍເນື້ອທີ່ປ່າ 17.534 ເຮັກຕາ. ມີປະຊາຊົນທ້ອງຖິ່ນກວ່າ 26.000 ຄົນ ພວມຍົກຍ້າຍໄປຍັງບ່ອນລີ້ໄຟລວມໝູ່.

        ປັດຈຸບັນ, ອຳນາດການປົກຄອງທ້ອງຖິ່ນ ພວມລະດົມທຸກແຫຼ່ງກຳລັງເພື່ອຄວບຄຸມໄຟໄໝ້ດັ່ງກ່າວ.  

ນັກຂ່າວ VOV ປະຈຳ ຍີ່ປຸ່ນ

This site is protected by reCAPTCHA and the Google Privacy Policy and Terms of Service apply.