ຂ່າວເດັ່ນ

ມີຜູ້ຮັບບາດເຈັບ - ເສຍຊີວິດໃນການປະທະກັນຄັ້ງຫຼ້າສຸດຢູ່ເຂດຊາຍແດນ ອາບການິດສະຖານ - ປາກິດສະຖານ

ມີຜູ້ຮັບບາດເຈັບ - ເສຍຊີວິດໃນການປະທະກັນຄັ້ງຫຼ້າສຸດຢູ່ເຂດຊາຍແດນ ອາບການິດສະຖານ - ປາກິດສະຖານ

(VOVWORLD) - ການປະທະກັນແກ່ຍາວປະມານ 2 ຊົ່ວໂມງເຄິ່ງ ພາຍຫຼັງກຳລັງປ້ອງກັນຊາຍແດນ ປາກິດສະຖານ ຍິງປືນເຂົ້າໃສ່ທາງ ອາບການິດສະຖານ, ເຮັດໃຫ້ກຳລັງຂອງ ອາບການິດສະຖານ ຕ້ອງໂຕ້ຕອບ.

(ພາບປະກອບ: ISPR/REUTERS)

ວົງການເຈົ້າໜ້າທີ່ ປາກິດສະຖານ ແລະ ອາບການິດສະຖານ ຢັ້ງຢືນວ່າ ຢ່າງໜ້ອຍສຸດມີ 5 ຄົນເສຍຊີວິດ ແລະ 5 ຄົນຮັບບາດເຈັບໃນການປະທະກັນຄັ້ງຫຼ້າສຸດລະຫວ່າງກຳລັງປ້ອງກັນຊາຍແດນຂອງ 2 ປະເທດ, ຢູ່ເທດສະບານເຂດຊາຍແດນ Spin Boldak, ແຂວງ Kandahar ທາງພາກໃຕ້ ອາບການິດສະຖານ, ໃນຕອນຄ່ຳວັນທີ 05 ທັນວາ.

ທ່ານ Mawlawi Abdul Karim Jihadyar, ເຈົ້າເມືອງ Spin Boldak, ແຂວງ Kandahar ໃຫ້ຮູ້ວ່າ ການປະທະກັນແກ່ຍາວປະມານ 2 ຊົ່ວໂມງເຄິ່ງ ພາຍຫຼັງກຳລັງປ້ອງກັນຊາຍແດນ ປາກິດສະຖານ ຍິງປືນເຂົ້າໃສ່ທາງ ອາບການິດສະຖານ, ເຮັດໃຫ້ກຳລັງຂອງ ອາບການິດສະຖານ ຕ້ອງໂຕ້ຕອບ.

ໃນຂະນະນັ້ນ, ທ່ານ Mosharraf Zaidi, ໂຄສົກຂອງປະທານາທິບໍດີ ປາກິດສະຖານ ໄດ້ກ່າວຫາວ່າ ບັນດານາຍທະຫານ ອາບການິດສະຖານ ແມ່ນຝ່າຍໄດ້ “ຍິງປືນໂດຍໄຮ້ເຫດຜົນ” ຢູ່ເຂດຊາຍແດນ Chaman.

This site is protected by reCAPTCHA and the Google Privacy Policy and Terms of Service apply.