ຂ່າວເດັ່ນ

ມີຜູ້ແທນ 1.588 ທ່ານຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ

ມີຜູ້ແທນ 1.588 ທ່ານຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ

(VOVWORLD) - ຈຳນວນຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກແມ່ນ 1.588 ທ່ານ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ
(ພາບປະກອບ)

ຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຊັ່ນປະກາດໃຊ້ຂໍ້ຕົກລົງເລກທີ 341 ກ່ຽວກັບຈຳນວນ ແລະ ການຈັດແບ່ງຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.

ຕາມນັ້ນແລ້ວ, ຈຳນວນຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກແມ່ນ 1.588 ທ່ານ, ລວມມີ: ຜູ້ຕາງໜ້າເປັນກຳມະການສູນກາງພັກຊຸດທີ 13 ເປັນ 165 ທ່ານ; ຜູ້ແທນເລືອກຕັ້ງຕາມຂໍ້ກຳນົດ (ຢູ່ 11 ອົງຄະນະພັກແຂວງ, ນະຄອນ ບໍ່ປະຕິບັດການໂຮມເຂົ້າກັນ ແລະ ອົງຄະພັກກອງທັບ, ອົງຄະນະພັກຕຳຫຼວດສູນກາງ) 353 ທ່ານ. ນອກນັ້ນ, ຍັງມີຜູ້ແທນໄດ້ຮັບການບົງຕົວກວ່າ 1.070 ທ່ານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.