ຂ່າວເດັ່ນ

ມຽນມາ: ຜູ້ໂດຍສານ 31 ຄົນ ຖືກລອກຈັບຕົວຢູ່ລັດ Rakhaine

ມຽນມາ: ຜູ້ໂດຍສານ 31 ຄົນ ຖືກລອກຈັບຕົວຢູ່ລັດ Rakhaine

(VOVWORLD) - ວັນທີ 13 ຕຸລາ, ຕໍາຫຼວດມຽນມາ ໃຫ້ຮູ້ວ່າ ຜູ້ໂດຍສານ 31 ຄົນ ຂີ່່ລົດເມຄວາມໄວສູງ ຖືກກຸ່ມຄົນໜຶ່ງຢູ່ລັດ Rakhaine ລອກຈັບຕົວ.

ຕໍາຫຼວດກໍາລັງສືບສວນ ແລະ ຕາມລາຈັບຕົວກຸ່ມຄົນລອກຈັບຕົວດັ່ງກ່າວ  

ໃນຈໍານວນຜູ້ໂດຍສານ 31 ຄົນນັ້ນ, ມີ 19 ຄົນ ເປັນທະຫານສັງກັດພະແນກດັບເພິງ ແລະ ສາມັນຊົນ 12 ຄົນ ຖືກກອງທັບArakan (AA) ອ້າງຊື່ເອງ ລອກຈັບຕົວເມື່ອຂີ່ລົດເມຄວາມໄວສູງ Shwepyitha ຢູ່ຖະໜົນ Mrauk U – Sittway, ຕັ້ງຢູ່ເທດສະບານເມືອງ Mrauk U ໃນຕອນເຊົ້າວັນທີ 11 ຕຸລາ. ເມື່ອລົດເມຄັນດັ່ງກ່າວ ຢຸດ ເພື່ອຮັບຜູ້ໂດຍສານເພດຊາຍຄົນໜຶ່ງ ທີ່ຖ້າລົດຢູ່ແຄມທາງ, ຫຼັງຈາກນັ້ນມີຜູ້ຊາຍ 18 ຄົນມີອາວຸດໄດ້ມາຈາກປ່າ ແລ້ວຈັບຕົວຜູ້ໂດຍສານ 31 ຄົນດັ່ງກ່າວເຂົ້າປ່າ. ປັດຈຸບັນ, ຕໍາຫຼວດກໍາລັງສືບສວນ ແລະ ຕາມລາຈັບຕົວກຸ່ມຄົນລອກຈັບຕົວດັ່ງກ່າວ.


This site is protected by reCAPTCHA and the Google Privacy Policy and Terms of Service apply.