ຂ່າວເດັ່ນ

ມຸ່ງ​ໄປ​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອາ​ຟ​ະ​ລິ​ກາ​ໃຕ້ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ​ນີ້

ມຸ່ງ​ໄປ​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອາ​ຟ​ະ​ລິ​ກາ​ໃຕ້ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ​ນີ້

(VOVWORLD) - ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ໂດຍທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້ ໄດ້ຕົກລົງເປັນເອກະພາບໃນການພົບປະສົນທະນາເມື່ອຕອນບ່າຍວັນທີ 23 ຕຸລາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.

ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ  ແລະ ທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້

ເມື່ອແລກປ່ຽນກ່ຽວກັບບັນດາກຳນົດທິດທາງການຮ່ວມມືໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແມ່ນກຳລັງໜູນ, ມາດຕະການໃຈກາງ. ການນຳສອງທ່ານສະເໜີໃຫ້ສອງປະເທດເປີດປະຕູຕະຫຼາດໃຫ້ແກ່ບັນດາປະເພດສິນຄ້າທີ່ມີທ່າແຮງ ແລະ ວິສາຫະກິດຂອງແຕ່ລະຝ່າຍແຊກຊຶມເຂົ້າຕະຫຼາດຂອງກັນ ແລະ ເຂົ້າຕະຫຼາດພາກພື້ນ; ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ສຳຄັນ ແລະ ມີກຳລັງບົ່ມຊ້ອນຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ, ບໍ່ແຮ່, ອຸດສາຫະກຳປະດິດແຕ່ງ, ກະສິກຳ, ການຮັກສາສັນຕິພາບ, ການສຶກສາ, ບຳລຸງວິຊາຊີບ, ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ...; ສົມທົບກັນຈັດບັນດາກິດຈະກຳພົບປະແລກປ່ຽນປະຊາຊົນ, ແລກປ່ຽນສິລະປະ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການພົບປະສົນທະນາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:

“ພວກຂ້າພະເຈົ້າຊົມເຊີຍເລື່ອງສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ອົງການທີ່ກ່ຽວຂ້ອງຂອງສອງປະເທດຕັ້ງໜ້າແລກປ່ຽນ, ເຈລະຈາກັນ ມຸ່ງໄປເຖິງການລົງນາມໃນເອກະສານສຳຄັນສະບັບຕ່າງໆ, ສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍ, ເຊັ່ນ ສັນຍາຫຼີກລ້ຽງການເສຍພາສີຊ້ຳຊ້ອນ, ສັນຍາຍົກເວັ້ນວິຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທົ່ວໄປ, ສັນຍາຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ..., ສ້າງກອບນິຕິກຳຢ່າງໜັກແໜ້ນໃຫ້ການຮ່ວມມື ແລະ ພັດທະນາສາຍພົວພັນສອງປະເທດໃນໄລຍະຈະມາເຖິງ”.

  ສ່ວນທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້  ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແກ່ນສານຂອງ ອາຟະລິກາໃຕ້ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຈະສ້າງພື້ນຖານໃຫ້ແກ່ການພົວພັນທີ່ມີໂຄງປະກອບຈະແຈ້ງກວ່າ, ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້

ກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.

ຫວຽດເກື່ອງ

This site is protected by reCAPTCHA and the Google Privacy Policy and Terms of Service apply.