ຂ່າວເດັ່ນ

ມຸ່ງ​ໄປ​ເຖິງ​ການ​ສ້າງ​ຂະ​ແໜງ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ

ມຸ່ງ​ໄປ​ເຖິງ​ການ​ສ້າງ​ຂະ​ແໜງ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ

(VOVWORLD) - ບັນດາທ້ອງຖິ່ນແຄມທະເລຂອງ ຫວຽດນາມ ພວມຍູ້ແຮງການປັບປຸງວຽກງານຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)ໃຫ້ສຳເລັດ. ຈາກການຮັດແໜ້ນການຄຸ້ມຄອງ, ເຮັດແຈ້ງແຫຼ່ງທີ່ມາ ແລະ ສ້າງໂຄງປະກອບອາຊີບຫາປາຄືນໃໝ່… ຫວຽດນາມ ພວມສ້າງຂະແໜງສິນໃນນ້ຳແບບຍືນຍົງ.

ເຮືອຫາປາຢູ່ທ່າເຮືອ ເທາະກວາງ, ນະຄອນ ດ່າໜັງ (ພາບ: VOV)

ເດັດດ່ຽວຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການ ເອີຣົບ (EC) ແລະ ສ້າງຂະແໜງສິນໃນນ້ຳພັດທະນາແບບຍືນຍົງ, ທ່າເຮືອຫາປ່າ ເທາະກວາງ, ນະຄອນ ດ່າໜັງ, ໄດ້ໝູນໃຊ້ຫຼັກການ: ເຮືອຫາປາມອດລະບົບຕິດຕາມ (VMS) ແຕ່ 10 ຊົ່ວໂມງຂຶ້ນໄປ ຈະບໍ່ອະນຸຍາດໃຫ້ເຂົ້າທຽບທ່າ; ຖ້າຂາດຕາໂສ້ໃດໜຶ່ງໃນສຳເນົາເອກະສານແຈ້ງແຫຼ່ງທີ່ມາ (ນັບແຕ່ບ່ອນຈັບຫາປາ, ແຫມອງ ແລະ ຈຸດພິກັດ…) ຖືວ່າທັງຖ້ຽວສິນຄ້ານັ້ນຕ້ອງລໍຖ້າ.

ທະຫານໄປແນະນຳກ່ຽວກັບຂໍ້ກຳນົດໃນການຂຸດຄົ້ນສິນໃນນ້ຳໃຫ້ແກ່ຊາວປະມົງ (ພາບ: VOV)
ຢູ່ແຂວງ ກວາງງາຍ, ເຊິ່ງເປັນແຂວງທີ່ໂດດເດັ່ນໃນການຂຸດຄົ້ນ IUU, ໄລ່ຮອດປັດຈຸບັນ 100% ເຮືອຫາປາ ໄດ້ຈົດທະບຽນ ແລະ ອັບເດດເຂົ້າລະບົບຖານຂໍ້ມູນແຫ່ງຊາດ. ທ່ານ ໂດະເຕິມຮ່ຽນ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ກວາງງາຍ, ຢັ້ງຢືນວ່າ:

“ຖ້າອະນຸຍາດໃຫ້ບັນດາເຮືອບໍ່ມີເງື່ອນໄຂຢ່າງພຽງພໍ ອອກຈາກທ່າ, ປ່ອຍປະລະເລີຍການຄຸ້ມຄອງນັ້ນ ຜູ້ເປັນຫົວໜ້າຕ້ອງມີຄວາມຮັບຜິດຊອບ. ການນຳບັນດາຫົວໜ່ວຍທ້ອງຖິ່ນຕາມພັນທະໜ້າທີ່ ນັບທັງພະແນກກະສິກຳ ແລະ ສິ່ງແວດລ້ອມ, ສາຂາກົມສິນໃນນ້ຳ, ທະຫານປ້ອງກັນຊາຍແດນ ຕ້ອງຍົກສູງຄວາມຮັບຜິດຊອບ. ຖ້າຫົວໜ່ວຍໃດບໍ່ສຳເລັດໜ້າທີ່, ພວກຂ້າພະເຈົ້າຈະມອບໃຫ້ຫ້ອງການຄະນະກຳມະການປະຊາຊົນແຂວງ ສົມທົບກັບພະແນກພາຍໃນ, ອົງການກວດກາແຂວງ ເປັນເສນາທິການໃຫ້ປະທານຄະນະກຳມະການປະຊາຊົນແຂວງ ກວດກາ, ເຮັດແຈ້ງຄວາມຮັບຜິດຊອບໃນວຽກງານປ້ອງກັນ, ຕ້ານການຈັບຫາປາແບບຜິດກົດໝາຍ IUU.”

ໄລ່ມາຮອດປັດຈຸບັນ, ເຮືອຫາປາ100% ໃນທົ່ວປະເທດໄດ້ຈົດທະບຽນ, ອັບເດດໃນຖານຂໍ້ມູນອາຊີບຫາປາແຫ່ງຊາດ VNFishbase; ຂໍ້ມູນດັ່ງກ່າວໄດ້ເຊື່ອມຕໍ່ກັບລະບົບຄວບຄຸມເຮືອຫາປາຂອງກະຊວງປ້ອງກັນປະເທດ ແລະ VneID ຂອງກະຊວງຕຳຫຼວດ..

This site is protected by reCAPTCHA and the Google Privacy Policy and Terms of Service apply.