ຂ່າວເດັ່ນ

ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ: ຫວຽດ​ນາມ ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ

ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ: ຫວຽດ​ນາມ ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ

(VOVWORLD) - ການປະສານສົມທົບຢ່າງຄົບຊຸດລະຫວ່າງພາຍໃນປະເທດ ແລະ ບັນດາອົງການຕາງໜ້າປະຈຳຕ່າງປະເທດ, ລະຫວ່າງຫຼາຍຝ່າຍ ແລະ ສອງຝ່າຍແມ່ນປັດໄຈຫຼັກເພື່ອສ້າງທ່ວງທ່າ ແລະ ກຳລັງ, ຍົກສູງທັດສະນະຂອງ ຫວຽດນາມ ໃນລະບົບສາກົນ.

ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃກ້ຈະດຳເນີນ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ພັກ ແລະ ລັດໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍທີ່ສຳຄັນເພື່ອແນໃສ່ຍົກສູງບົດບາດຂອງການທູດຫຼາຍຝ່າຍ, ສະແດງໃຫ້ເຫັນຢ່າງຈະແຈ້ງໃນມະຕິເລກທີ 59 ຂອງກົມການເມືອງ ກ່ຽວກັບການຍົກສູງປະສິດທິຜົນຂອງການເຊື່ອມໂຍງເຂົ້າກັບສາກົນຮອດປີ 2030. ມະຕິໄດ້ຮຽກຮ້ອງ ຫວຽດນາມ ຕ້ອງເປັນເຈົ້າການ, ຕັ້ງໜ້າ ແລະ ຍົກສູງຄຸນນະພາບການເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຢ່າງແທດຈິງເພື່ອສັນຕິພາບ ແລະ ການພັດທະນາລວມ, ພ້ອມທັງຮັບໃຊ້ໂດຍກົງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ການປະສານສົມທົບຢ່າງຄົບຊຸດລະຫວ່າງພາຍໃນປະເທດ ແລະ ບັນດາອົງການຕາງໜ້າປະຈຳຕ່າງປະເທດ, ລະຫວ່າງຫຼາຍຝ່າຍ ແລະ ສອງຝ່າຍແມ່ນປັດໄຈຫຼັກເພື່ອສ້າງທ່ວງທ່າ ແລະ ກຳລັງ, ຍົກສູງທັດສະນະຂອງ ຫວຽດນາມ ໃນລະບົບສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.