ຂ່າວເດັ່ນນະຄອນ ໂຮ່ຈີມິນ ເບີກຈ່າຍເງິນກວ່າ 5.900 ຕື້ດົ່ງເພື່ອ ເບິ່ງແຍງດູແລໃຫ້ແກ່ປະຊາຊົນໃນໂອກາດບຸນປີໃໝ່ປີມະເມຍ 2026
ນະຄອນ ໂຮ່ຈີມິນ ເບີກຈ່າຍເງິນກວ່າ 5.900 ຕື້ດົ່ງເພື່ອ ເບິ່ງແຍງດູແລໃຫ້ແກ່ປະຊາຊົນໃນໂອກາດບຸນປີໃໝ່ປີມະເມຍ 2026
ວັນອັງຄານ, 14:36, 27/01/2026
VOV5
(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບທຸກຂັ້ນ, ທຸກຂະແໜງການຜັນຂະຫຍາຍບັນດາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ປະຊາຊົນ ດ້ວຍຄ່າໃຊ້ຈ່າຍກວ່າ 5.900 ຕື້ດົ່ງ (ເກືອບ 225,3 ລ້ານ USD).
ບັນຍາກາດຂອງກອງປະຊຸມ (ພາບ: ແນວໂຮມປະເທດຊາດ) |
ໃນກອງປະຊຸມສະໜອງຂໍ້ມູນກ່ຽວກັບວັນບຸນ “ລະດູບານໃໝ່ແຫ່ງຄວາມສາມັກຄີ - ບຸນປີໃໝ່ແຫ່ງສາຍຈິດມິດໃຈ” ນະຄອນ ໂຮ່ຈີມິນ - ບຸນປີໃໝ່ປີມະເມຍ 2026, ທີ່ດຳເນີນໃນຕອນບ່າຍວັນທີ 26 ມັງກອນ, ທ່ານນາງ ເຈືອງທິບິກແຮັ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ ວັນບຸໄດ້ຈັດຂຶ້ນຢູ່ 168 ເຂດຊຸມຊົນ ແລະ ຫຼາຍສະຖານທີ່ ໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມກວ່າ 200.000 ເທື່ອຄົນ ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ, ເຊັ່ນ: ການປະດັບປະດາ “ຖະໜົນໃນວັນບຸນເຕັດ”, ຫໍ່ເຂົ້າຕົ້ມ, ງານບຸນດອກໄມ້ຍາມລະດູບານໃໝ່, ວັດທະນະທຳ - ສິລະປະວັນນະຄະດີ, ຄາບເຂົ້າແຫ່ງສາຍຈິດມິດໃຈ, ປູກຕົ້ນໄມ້, ປົກປັກຮັກສາສິ່ງແວດລ້ອມ…
Tag:VOV / VOVworld / ລະດູບານໃໝ່ແຫ່ງຄວາມສາມັກຄີ - ບຸນປີໃໝ່ແຫ່ງສາຍຈິດມິດໃຈ” ນະຄອນ ໂຮ່ຈີມິນ