ຂ່າວເດັ່ນ

ນະ​ຄອນ​ໂຮ່​ຈີ​ມິນ ເປີດ​ນຳ​ໃຊ້ ສວນ​ສາ​ທາ​ລະ​ນະ ​ຈາ​ລຶກ​ຜູ້​ປະ​ສົບ​ເຄາະ​ຮ້າຍ ຈາກ COVID-19

ນະ​ຄອນ​ໂຮ່​ຈີ​ມິນ ເປີດ​ນຳ​ໃຊ້ ສວນ​ສາ​ທາ​ລະ​ນະ ​ຈາ​ລຶກ​ຜູ້​ປະ​ສົບ​ເຄາະ​ຮ້າຍ ຈາກ COVID-19

(VOVWORLD) - ຈຸດເນັ້ນໜັ້ກຂອງສວນສາທາລະນະແມ່ນ ສະໜາມຫຼວງໃຈກາງຮູບວົງມົນ, ກວ້າງປະມານ 1.800 ຕາແມັດ ໂດຍໄດ້ຮັບແຫຼ່ງບັນດານໃຈຈາກຮູບຂອງຢອດນ້ຳ ຕົກລົງໜ້າດິນ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມຊົງຈຳ ແລະ ການຟື້ນຟູພາຍຫຼັງພະຍາດ COVID-19.

ສວນສາທາລະນະມີເນື້ອທີ 4,3 ເຮັກຕາ (ພາບ: VOV)

ນຄ່ຳວັນທີ 12 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດນຳໃຊ້ ສວນສາທາລະນະ ເລກ 1 ລີທ້າຍໂຕຢ່າງເປັນທາງການ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກ COVID-19 ເທົ່ານັ້ນ ຫາກຍັງແມ່ນສະຖານທີ່ແຫ່ງສີຂຽວທີ່ມີຄວາມວັດທະນະທຳມະນຸດຢູ່ໃຈກາງຕົວເມືອງອີກດ້ວຍ.

ສວນສາທາລະນະເລກ 1 ລີທ້າຍໂຕ, ຕາແສງ ເວື່ອນລາຍ, ໄດ້ກໍ່ສ້າງໃນເວລາກ່ວາ 90 ວັນ, ມີເນື້ອທີ່ 4,3 ເຮັກຕາ, ຕັ້ງຢູ່ເຂດດິນແດນໃຈກາງຕົວເມືອງ, ສວນສາທາລະນະໄດ້ກຳນົດແມ່ນ 1 ໃນ 9 ໂຄງການຈຸດສຸມໃນການກຳນົດທິດພັດທະນາພື້ນທີ່ສີຂຽວຂອງ ນະຄອນ ໂຮ່ຈີມິນໃນໄລຍະໃໝ່.

ຈຸດເນັ້ນໜັ້ກຂອງສວນສາທາລະນະແມ່ນ ສະໜາມຫຼວງໃຈກາງຮູບວົງມົນ, ກວ້າງປະມານ 1.800 ຕາແມັດ ໂດຍໄດ້ຮັບແຫຼ່ງບັນດານໃຈຈາກຮູບຂອງຢອດນ້ຳ ຕົກລົງໜ້າດິນ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມຊົງຈຳ ແລະ ການຟື້ນຟູພາຍຫຼັງພະຍາດ COVID-19. ເນື່ອງໃນໂອກາດເປີດນຳໃຊ້, ສະຖານທີ່ສວນສາທາລະນະກໍ່ໄດ້ຈັດ ວັນບຸນດອກໄມ້ຍາມລະດູບານໃໝ່ ບົນເນື້ອທີ່ກວ່າ 4 ເຮັກຕາ ດ້ວຍຕົ້ນໄມ້ນັບໜື່ນຕົ້ນ ທີ່ເຂັ້ມຂຸ້ນໄປດ້ວຍສີສັນບຸນເຕັດຂອງສາມພາກ, ອັນໄດ້ສ້າງສະຖານທີ່ນັດພົບດ້ານວັດທະນະທຳ - ການທ່ອງທ່ຽວຍາມລະດູບານໃໝ່ໃຫ້ແກ່ຊາວນະຄອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.