ຂ່າວເດັ່ນ

ນະ​ຄອນ ໂຮ​່​ຈີ​ມິນ ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ ຢູ​ນີ​ຄອ​ນ​ສາ​ກົນ

ນະ​ຄອນ ໂຮ​່​ຈີ​ມິນ ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ ຢູ​ນີ​ຄອ​ນ​ສາ​ກົນ

(VOVWORLD) - ພິທີເຊັນຂໍ້ຕົກລົງຮ່ວມມືຍຸດທະສາດລະຫວ່າງພະແນກວິທະຍາສາດ ແລະ ເຕັກໂນໂລຢີນະຄອນ ໂຮ່ຈີມິນ ແລະ Canva, ບໍລິສັດເຕັກໂນໂລຢີ ຢູນີຄອນແຖວໜ້າໂລກກ່ຽວກັບແອັບຟຼີເຄຊັນອອກແບບອອນໄລ ແຖວໜ້າໂລກ (ລັດ New South Wales, Australia) ໄດ້ດຳເນີນໃນວັນທີ 11 ທັນວາ.

ຜູ້ຕາງໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີ ນະຄອນ ໂຮ່ຈີມິນ ແລະ Canva ເຊັນບັນບັນທຶການຮ່ວມມື 
(ພາບ: TTXVN)

ໂຄງການຮ່ວມມືດັ່ງກ່າວໄດ້ສຸມໃສ່ການບຳລຸງສ້າງ, ແນະນຳທັກສະ ແລະ ຈິນຕະນາການປະດິດຄິດສ້າງດີຈີຕອນໃຫ້ແກ່ຄູອາຈານ, ນັກສຶກສາ, ນັກຮຽນ, starup ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກໍຄືປະຊາຄົມນັກອອກແບບ, ຜູ້ປະດິດແຕ່ງເນື້ອຫາ. ດ້ວຍຈຸດປະສົງເພື່ອໃຫ້ທຸກເປົ້າໝາຍໃນລະບົບນິເວດ ລ້ວນແຕ່ມີໂອກາດໄດ້ເຂົ້າເຖິງເຄື່ອງມື ແລະ ມີທັກສະບັນລຸມາດຖານສາກົນຢູ່ທີ່ນະຄອນ ໂຮ່ຈີມິນ.

ທ່ານ ເລິມດິ່ງຖັງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີນະຄອນ ໂຮ່ຈີມິນ, ຖືວ່າ ເຫດການຊີ້ໃຫ້ເຫັນວ່າ ນະຄອນບໍ່ພຽງແຕ່ແມ່ນຊາຍຄາຂອງບັນດາບໍລິສັດເຕັກໂນໂລຢີຢູນີຄອນຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແມ່ນຈຸດໝາຍປາຍທາງທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ດູດດື່ມຂອງບັນດາບໍລິສັດເຕັກໂນໂລຢີຢູນີກອນສາກົນອີກດ້ວຍ. ການຮ່ວມມືຍຸດທະສາດລະຫວ່າງສອງຝ່າຍຈະປະກອບສ່ວນສ້າງສະພາບແວດລ້ອມປະດິດສ້າງດີຈີຕອນຢ່າງແຂງແຮງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ສ່ວນທ່ານນາງ Elle Liu, ຜູ້ອຳນວຍການ Canva  ຫວຽດນາມ, ໄດ້ແບ່ງປັນວ່າ ພື້ນຖານປະດິດແຕ່ງເນື້ອຫາທົ່ວໂລກດ້ວຍຈຳນວນຜູ້ນຳໃຊ້ເກືອບ 300 ລ້ານຄົນ ໄດ້ເລືອກເອົານະຄອນ ໂຮ່ຈີມິນ ຍ້ອນມີລະບົບນິເວດນະວັດຕະກຳທີ່ຂະຫຍັນຂັນເຄື່ອນ, Canva ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງຍາວນານພ້ອມກັບນະຄອນ ໂຮ່ຈີມິນ ໃນວິວັດທະນາການພັດທະນາແຫຼ່ງຊັບພະຍາກອນມະນຸດປະດິດຄິດສ້າງທີ່ມີຄຸນນະພາບສູງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.