ຂ່າວເດັ່ນ

ນະ​ຄອນ​ໂຮ່​ຈີ​ມິນ ກຽມ​ພ້ອມ​ຈັດ​ຕັ້ງ​ວັນ​ບຸນ ວິ​ສາ​ຂະ​ບູ​ຊາ Vesak 2025

ນະ​ຄອນ​ໂຮ່​ຈີ​ມິນ ກຽມ​ພ້ອມ​ຈັດ​ຕັ້ງ​ວັນ​ບຸນ ວິ​ສາ​ຂະ​ບູ​ຊາ Vesak 2025

(VOVWORLD) - ວຽກງານກະກຽມໃຫ້ແກ່ວັນບຸນວິສາຂະບູຊາ ສປຊ Vesak 2025, ນີ້ເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ໃນລະຫວ່າງວັນທີ 6 – 8 ພຶດສະພາ, ໄດ້ກຽມພ້ອມຢ່າງສຳເລັດແລ້ວ.

ໄຂສູນສື່ມວນຊົນເພື່ອຮັບໃຊ້ ວັນບຸນ (ພາບ: chinhphu.vn)

ຕາມ ພະມະຫາອາຈານ ທິກດຶດທຽນ - ຮອງປະທານ, ທັງເປັນເລຂາທິການໃຫຍ່ສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ, ຮອງປະທານທັງເປັນເລຂາທິການໃຫຍ່ ຄະນະກຳມະການຈັດຕັ້ງ ວັນບຸນວິສາຂະບຸຊາ ສປຊ 2025, ໃນວິວັດການກວດກາວຽກງານກະກຽມໃຫ້ແກ່ວັນບຸນ,ປະທານຄະນະຈັດຕັ້ງ ວັນບຸນວິສາຂະບຸຊາ ແລະ ບັນດາສະມາຊິກໄດ້ຕີລາຄາສູງວຽກງານກະກຽມຂອງພຸດທະສາສະໜາ ຫວຽດນາມ, ນັບແຕ່ບັນດາລາຍການ, ເອກະສານຈົນຮອດຮາກຖານ, ວັດຖຸອຸປະກອນຢູ່ສະຖານທີ່ດຳເນີນວັນບຸນ Vesak 2025. ພະມະຫາອາຈານ ທິກດຶກທຽນ ໃຫ້ຮູ້ວ່າ:

ອາດເວົ້າໄດ້ວ່ານີ້ແມ່ນການສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງ ຫວຽດນາມ ສຳລັບປະຊາຄົມສາກົນ. ນີ້ກໍ່ແມ່ນຜົນຕາມມາເມື່ອ ຫວຽດນາມ ຈັດຕັ້ງສຳເລັດເຫດການ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ຈາກນັ້ນສ້າງແຫຼ່ງບັນດານໃຈ, ບັນຍາກາດເອກອ້າງທະນົງໃຈເພື່ອໃຫ້ບັນດາເພື່ອນມິດສາກົນມີຄວາມຫວັງຢາກມາ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.