ຂ່າວເດັ່ນ

ນະ​ຄອນ ໂຮ່​ຈີ​ມິນ ນອນ​ໃນ​ກຸ່ມ 15 ສູນ​ການ​ເງິນ​ທີ່​ມີແງ່​ຫວັງ​ທົ່ວ​ໂລກ

ນະ​ຄອນ ໂຮ່​ຈີ​ມິນ ນອນ​ໃນ​ກຸ່ມ 15 ສູນ​ການ​ເງິນ​ທີ່​ມີແງ່​ຫວັງ​ທົ່ວ​ໂລກ

(VOVWORLD) - ສູນການເງິນສາກົນນະຄອນ ໂຮ່ຈີມິນ ສືບຕໍ່ຮັບຮູ້ບາດກ້າວເດີນທີ່ໜ້າສົນໃຈໃນຕາຕະລາງຈັດອັນດັບທົ່ວໂລກ, ໃນສະພາບການແກ້ງແຍ້ງລະຫວ່າງບັນດາສູນການເງິນນັບມື້ນັບເຄັ່ງຄັດ.

ນະຄອນ ໂຮ່ຈີມິນ ນອນໃນກຸ່ມ 15 ສູນການເງິນທີ່ມີແງ່ຫວັງທົ່ວໂລກ (ພາບ: TTXVN)

ຕາມຕາຕະລາງຈັດອັນດັບ Global Financial Centres Index 2026 (GFCI 39) ຫາກໍ່ປະກາດໃນວັນທີ 26 ມີນາແລ້ວ, ນະຄອນ ໂຮ່ຈີມິນ ບັນລຸອັນດັບທີ 84/120 ສູນການເງິນທົ່ວໂລກ, ເພີ່ມຂຶ້ນ 11 ຊັ້ນ ເມື່ອທຽບໃສ່ປີກາຍ. ນີ້ແມ່ນໜຶ່ງໃນບັນດາລະດັບປົວແປງແຮງທີ່ສຸດຂອງກຸ່ມບັນດາສູນການເງິນຊັ້ນກາງ. ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປັດຈຸບັນ, ນະຄອນ ໂຮ່ຈີມິນ ຢືນອັນດັບທີ 3, ຖັດຈາກ ສິງກະໂປ ແລະ ກົວລາ ລຳເປີ (ມາເລເຊຍ). ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງນະຄອນ ໂຮ່ຈີມິນ ໃນຕາໜ່າງການເງິນພາກພື້ນ ນັບມື້ນັບຈະແຈ້ງກວ່າເກົ່າ.

      


This site is protected by reCAPTCHA and the Google Privacy Policy and Terms of Service apply.