ຂ່າວເດັ່ນ

ນະ​ຄອນ​ໂຮ່​ຈີ​ມິນ ພ້ອມແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອີ​ຕາ​ລີ

ນະ​ຄອນ​ໂຮ່​ຈີ​ມິນ ພ້ອມແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອີ​ຕາ​ລີ

(VOVWORLD) - ນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບການຮ່ວມມືກັບບັນດານະຄອນ ຂອງອີຕາລີ ຄື: Torino, Genova ແລະ Milan ໃນບັນດາຂົງເຂດການທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ພັດທະນາທ່າກຳປັ່ນ, ຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ກການພົບປະເຈລະຈາ (ພາບ: TTXVN)

ນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບການຮ່ວມມືກັບບັນດານະຄອນ ຂອງອີຕາລີ ຄື: Torino, Genova ແລະ Milan ໃນບັນດາຂົງເຂດການທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ພັດທະນາທ່າກຳປັ່ນ, ຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ອີຕາລີ (2/6/1946-2/6/2025) ໂດຍສະຖານກົງສູນໃຫຍ່ ອີຕາລີ ປະຈຳ ນະຄອນໂຮ່ຈີມິນຈັດຂຶ້ນໃນຕ່ອນຄ່ຳວັນທີ 2 ມິຖຸນາ, ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນຖືວ່າ ໃນໄລຍະຈະມາເຖິງ, ພາຍຫຼັງປະຕິບັດການໂຮມສອງແຂວງ ບິ່ງເຢືອງ ແລະ ບ່າເຣ້ຍ - ຫວູງເຕົາ ເຂົ້າກັບນະຄອນໂຮ່ຈີມິນ, ຂອບຂະໜາດຂອງນະຄອນ ໂຮ່ຈີມິນຈະເປີດກວ້າງຫຼາຍພໍສົມຄວນ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາພື້ນທີ່ຕົວເມືອງ, ອຸດສາຫະກຳ, logistics ແລະ ທ່າກຳປັ່ນ, ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອຍູ້ແຮງການເຊື່ອມຕໍ່ເຂດ ແລະ ເຊື່ອມໂຍງເຂົ້າກັບ ສາກົນ.

ສ່ວນທ່ານ Enrico Padula, ຫົວໜ້າສະຖານກົງສູນໃຫຍ່ ອີຕາລີ ປະຈຳ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ ໃນໄລຍະຈະມາເຖິງ, ສະຖານກົງສູນໃຫຍ່ ອີຕາລີ ປະຈຳ ນະຄອນ ໂຮ່ຈີມິນ ຈະສືບຕໍ່ໜູນຊ່ວຍບັນດາການເຄື່ອນໄຫວຂອງບັນດາວິສາຫະກິດອີຕາລີ ປະຈຳ ຫວຽດນາມ ໃນບັນດາຂົງເຂດທີ່ເປັນທ່າແຮງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.