ຂ່າວເດັ່ນ

ນະ​ຄອນ ໂຮ່​ຈີມ​ິນ ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຊ​ອັບ​ແວ ອາ​ເມ​ລິ​ກາ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳໄຟ​ຟ້າ

ນະ​ຄອນ ໂຮ່​ຈີມ​ິນ ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຊ​ອັບ​ແວ ອາ​ເມ​ລິ​ກາ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳໄຟ​ຟ້າ

(VOVWORLD) - ໂຄງການຮ່ວມມືນີ້ ຈະສ້າງໂອກາດໃຫ້ນັກສຶກສາໄດ້ສຳຜັດກັບເຕັກໂລໂນຢີ ແລະ ແບບວິທີໃໝ່ສຸດໃນການຈຳລອງເຕັກນິກ, ພ້ອມທັງສະຫຼຸບບົດຮຽນປະສົບການຕົວຈິງ ເພື່ອບັນລຸໄດ້ຜົນສຳເລັດໃນຂົງເຂດເຕັກໂນໂລຢີສູງ.

ພິທີລົງນາມໃນຂໍ້ຕົກລົງຮ່ວມມື (ພາບ: TTXVN)

ຕອນເຊົ້າວັນທີ 28 ທັນວາ, ເຂດອຸດສາຫະກຳສູງ ນະຄອນ ໂຮ່ຈີມິນ ແລະ Ansys Software Pvt Ltd. (Ansys, ເຊິ່ງເປັນບໍລິສັດແຖວໜ້າໃນການສະໜອງບັນດາຊອັບແວຈຳລອງເຕັກນິກ, ມີສຳນັກງານຕັ້ງຢູ່ ອາເມລິກາ) ໄດ້ລົງນາມ ແລະ ປະກາດການຮ່ວມມືພັດທະນາຖັນແຖວຊັບພະຍາກອນມະນຸດຮັບໃຊ້ຂະແໜງອຸດສາຫະກຳແຜງວົງຈອນເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ.

        ຜ່ານການຮ່ວມມື, Ansys ຈະສະໜອງບັນດາເຄື່ອງອຸປະກອນຊອັບແວການສອນ ພ້ອມດ້ວຍບັນດາຫຼັກສູດບຳລຸງສ້າງທີ່ກ່ຽວຂ້ອງ ໃຫ້ມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນນະຄອນ ໂຮ່ຈີມິນ ໃນສະພາບແວດລ້ອມນະວັດຕະກຳຂອງ Ansys.

        ທ່ານ ຫງວຽນແອັງ ຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ໂຄງການຮ່ວມມືນີ້ ຈະສ້າງໂອກາດໃຫ້ນັກສຶກສາໄດ້ສຳຜັດກັບເຕັກໂລໂນຢີ ແລະ ແບບວິທີໃໝ່ສຸດໃນການຈຳລອງເຕັກນິກ, ພ້ອມທັງສະຫຼຸບບົດຮຽນປະສົບການຕົວຈິງ ເພື່ອບັນລຸໄດ້ຜົນສຳເລັດໃນຂົງເຂດເຕັກໂນໂລຢີສູງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.