ຂ່າວເດັ່ນ

ນະ​ຄອນຫຼວງ ຍີ່​ປຸ່ນ ຮັກ​ສາ​ມາມ​ມະ​ຍົດ​ນະ​ຄອນ​ໃຫຍ່​ດີ​ທີ່​ສຸດ​ໃນ​ໂລກ

ນະ​ຄອນຫຼວງ ຍີ່​ປຸ່ນ ຮັກ​ສາ​ມາມ​ມະ​ຍົດ​ນະ​ຄອນ​ໃຫຍ່​ດີ​ທີ່​ສຸດ​ໃນ​ໂລກ

(VOVWORLD) - ນະຄອນຫຼວງ ໂຕກຽວ ຂອງ ຍີ່ປຸ່ນ ໄດ້ຮັບການຈັດອັນດັບວ່າແມ່ນນະຄອນໃຫຍ່ດີທີ່ສຸດໃນໂລກໃນປີທີ 2 ຢ່າງລຽນຕິດ, ປັບປຸງທີ່ຕັ້ງຂອງ “ປະເທດຕາເວັນຂຶ້ນ” ຄືດັ່ງປະເທດມະຫາອຳນາດດ້ານການທ່ອງທ່ຽວທົ່ວໂລກ.

 ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະ ກຳລັງບົ່ມຊ້ອນພັດທະນາຂອງນະຄອນ.  (ພາບ: TTXVN)

ນີ້ແມ່ນໝາກຜົນທີ່ໄດ້ຮັບການຄັດເລືອກຈາກຜູ້ອ່ານ 757.000 ຄົນ ໃນການສຳຫຼວດຄັ້ງຫຼ້າສຸດ ແນໃສ່ຮັບໃຊ້ໃຫ້ແກ່ລາງວັນຜູ້ອ່ານນິຍົມເລືອກປີ 2025 ຂອງວາລະສານ Condé Nast Traveler. ນີ້ແມ່ນວາລະສານທີ່ສະໜອງຂໍ້ມູນກ່ຽວກັບການທ່ອງທ່ຽວຫຼູຫຼາ, ໂຮງແຮມ, ພັດທະຄານ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງອື່ນ.

        ເມື່ອແບ່ງປັນກ່ຽວກັບໝາກຜົນນີ້, ທ່ານນາງ Yuriko Koike ເຈົ້າຄອງນະຄອນຫຼວງ ໂຕກຽວ, ຢັ້ງຢືນວ່າ ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະ ກຳລັງບົ່ມຊ້ອນພັດທະນາຂອງນະຄອນ. ທ່ານນາງ Koike ຖືວ່າ ການປະສານສົມທົບຢ່າງກົມກຽວລະຫວ່າງວັດທະນະທຳທີ່ເປັນມູນເຊື້ອ ແລະ ທັນສະໄໝຂອງ ໂຕກຽວ ແມ່ນ “ລູກກຸນແຈ” ສ້າງທີ່ຕັ້ງສາກົນໃຫ້ແກ່ນະຄອນນີ້.

        ໃນຕາຕະລາງຈັດອັນດັບ 10 ນະຄອນໃຫຍ່ແຖວໜ້າໂລກ (ບໍ່ລວມບັນດານະຄອນຂອງ ອາເມລິກາ), ເມືອງເກົ່າ ໂຕກຽວຂອງ ຍີ່ປຸ່ນ ຢືນອັນດັບທີ 2, ຖັດມາແມ່ນ Cape Town (ອາຟະລິກາໃຕ້), ສິງກະໂປ ແລະ ເຊີອຸນ (ສ.ເກົາຫຼີ).


This site is protected by reCAPTCHA and the Google Privacy Policy and Terms of Service apply.