ຂ່າວເດັ່ນ

ນະ​ໂຍ​ບາຍ​ພາ​ສີ​ອາ​ກອນຂອງ ອາ​ເມ​ລິ​ກາ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ຖະ​ແຫຼງ​ຈັດ​ວາງ​ອັດ​ຕາ​ພາ​ສີສົມ​ທົບ 50% ສຳ​ລັບ​ທອງ​ນຳ​ເຂົ້າ ແຕ່​ວັນ​ທີ 01 ສິງ​ຫາ

ນະ​ໂຍ​ບາຍ​ພາ​ສີ​ອາ​ກອນຂອງ ອາ​ເມ​ລິ​ກາ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ຖະ​ແຫຼງ​ຈັດ​ວາງ​ອັດ​ຕາ​ພາ​ສີສົມ​ທົບ 50% ສຳ​ລັບ​ທອງ​ນຳ​ເຂົ້າ ແຕ່​ວັນ​ທີ 01 ສິງ​ຫາ

(VOVWORLD) - ນັບແຕ່ວັນທີ 01 ສິງຫາ 2025, ທອງນຳເຂົ້າ ອາເມລິກາ ຈະຖືກຈັດວາງອັດຕາພາສີ 50%. ນີ້ແມ່ນຖະແຫຼງການຫຼ້າສຸດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບພາສີອາກອນ.

ລົດຂົນສົ່ງທອງຢູ່ Escondida ຂອງ BHP Billiton, ບໍ່ທອງໃຫຍ່ສຸດໃນໂລກ (ພາບເອກະສານ:  REUTERS/Ivan Alvarado)

ເມື່ອແບ່ງປັນໃນແອັບສື່ສັງຄົມອອນໄລ Truth Social ໃນວັນທີ 09 ກໍລະກົດ, ຕາມເວລາທ້ອງຖິ່ນ, ເຈົ້າຂອງທຳນຽບຂາວໃຫ້ຮູ້ວ່າ ພາຍຫຼັງທີ່ໄດ້ຮັບການຕີລາຄາຄວາມໝັ້ນຄົງແຫ່ງຊາດ, ທ່ານຕົກລົງຈັດວາງອັດຕາພາສີ 50% ສຳລັບທອງນຳເຂົ້າ. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ທອງແມ່ນໂລຫະທີ່ຈຳເປັນຮັບໃຊ້ບັນດາຂະແໜງຜະລິດຢູ່ ອາເມລິກາ.

        ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ສືບຕໍ່ຝາກຈົດໝາຍແຈ້ງບັນດາອັດຕາພາສີສົມທົບໃໝ່ຂອງ ອາເມລິກາ ເຖິງ 8 ປະເທດ ທີ່ເປັນຄູ່ຄ້າຂອງ ອາເມລິກາ. ອັດຕາພາສີສົມທົບຂອງແຕ່ລະປະເທດ ລະອຽດດັ່ງນີ້: ຟີລິບປິນ 20%, ບຣູໄນ ແລະ ໂມນໂດວາ 25%, ສີລັງກາ, ອານເຊຣີ, ອີຣັກ ແລະ ລີບີ 30% ແລະ ສູງສຸດແມ່ນ ບຣາຊິນ 50%.


This site is protected by reCAPTCHA and the Google Privacy Policy and Terms of Service apply.