ຂ່າວເດັ່ນ

ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສັ່ງ​ຄວາມ​ຊາວ​ໜຸ່ມ​ສ້າງ​ຄວາ​ມໃຝ່​ຝັນທີ່​ຍິ່ງ​ໃຫຍ່​ພ້ອມ​ກັບ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສັ່ງ​ຄວາມ​ຊາວ​ໜຸ່ມ​ສ້າງ​ຄວາ​ມໃຝ່​ຝັນທີ່​ຍິ່ງ​ໃຫຍ່​ພ້ອມ​ກັບ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໂດຍແມ່ນເຈົ້າຂອງອະນາຄົດຂອງປະເທດຊາດ, ດັ່ງນັ້ນ ຊາວໜຸ່ມ ຫວຽດນາມ ຕ້ອງປະຕິບັດ 3 ນຳໜ້າ ແລະ 6 ຈຸດສຸມ, ພ້ອມທັງທົ່ວປະເທດກະກຽມກ້າວເຂົ້າສູ່ສັງກາດໃໝ່.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/3/1931 – 26/3/2025), ຕອນຄ່ຳວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບລາງວັນແບບຢ່າງໜຸ່ມ ຫວຽດນາມດີເດັ່ນ 2024, ດ້ວຍຫົວຂໍ້ “ພາລະກຳແຫ່ງຄວາມກຽດສະຫງ່າ”. ລາງວັນໄດ້ມອບໃຫ້ແບບຢ່າງໜຸ່ມ ຫວຽດນາມດີເດັ່ນ 10 ຄົນ ແລະ ແບບຢ່າງໜຸ່ມທີ່ມີແງ່ຫວັງ 8 ຄົນ.

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໂດຍແມ່ນເຈົ້າຂອງອະນາຄົດຂອງປະເທດຊາດ, ດັ່ງນັ້ນ ຊາວໜຸ່ມ ຫວຽດນາມ ຕ້ອງປະຕິບັດ 3 ນຳໜ້າ ແລະ 6 ຈຸດສຸມ, ພ້ອມທັງທົ່ວປະເທດກະກຽມກ້າວເຂົ້າສູ່ສັງກາດໃໝ່. ນັ້ນແມ່ນ: ນຳໜ້າກ່ຽວກັບຈິນຕະນາການປ່ຽນແປງໃໝ່ ແລະ ວິໄສທັດຍຸດທະສາດ, ມອງກວ້າງເຫັນໄກ, ຄິດເລິກເຮັດວຽກໃຫຍ່; ຖືເປັນສຳຄັນດ້ານເວລາ, ພູມປັນຍາ ແລະ ຄວາມຕັດສິນໃຈ, ຖືກກັບຈຸດເວລາ ດ້ວຍກຳລັງປະດິດຄິດສ້າງ ແລະ ການອຸທິດສ່ວນທີ່ບໍ່ມີຂອບເຂດຈຳກັດ. ຖັດຈາກນັ້ນແມ່ນນຳໜ້າໃນການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ, ສ້າງບັນດາໂຄງການ, ຜະລິດຕະພັນທີ່ມີລັກສະນະບຸກທະລຸ, ຊຸກຍູ້ການເພີ່ມທະວີສະມັດຕະພາບໃນການອອກແຮງງານ, ສ້າງບັນດາ Startup Unicorn ຂອງ ຫວຽດນາມ. ທີສາມ ແມ່ນນຳໜ້າໃນການຫັນຄວາມສີວິໄລຂອງມວນມະນຸດເປັນວັດທະນະທຳຂອງຊາດເຂົ້າ ຫວຍດນາມ ແລະ ຫັນພື້ນຖານວັດທະນະທຳກ້າວໜ້າ, ເຂັ້ມຄົ້ນໄປດ້ວຍສີສັນຂອງຊາດຫວຽດນາມ ເປັນສາກົນອອກສູ່ໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.