ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເສດ​ຖາ ທະ​ວີ​ສິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປົວ​ແປງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເສດ​ຖາ ທະ​ວີ​ສິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປົວ​ແປງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ

(VOVWORLD) - ທ່ານ ເສດຖາ ທະວີສິນ ໄດ້ສ້າງຄວາມສົນໃຈເມື່ອແນະນຳນະໂຍບາຍໜູນຊ່ວຍພົນລະເມືອງ ໄທທຸກຄົນ ທີ່ມີອາຍຸແຕ່ 16 ປີຂຶ້ນໄປ ຈຳນວນເງິນ 10.000 ບາດ ຜ່ານກະເປົາເອເລັກໂຕນິກ.

ທ່ານນາຍົກລັດຖະມົນຕີຄົນໃໝ່ ໄທ ເສດຖາ ທະວີສິນ  (ພາບ: Reuters)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສຳນັກງານຂອງ ພັກເພື່ອໄທ ຢູ່ ບາງກອກ ໃນຕອນບ່າຍວັນທີ 22 ສິງຫາ, ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ໄທ ທີ່ຫາກໍໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ໄທ ໄດ້ໃຫ້ຄຳໝັ້ນສັນຍາຈະຍົກອອກມາດຕະການຊ່ວຍປົວແປງການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ທ່ານ ເສດຖາ ທະວີສິນ ໃຫ້ຮູ້ວ່າ ຈະຈັດຕັ້ງກອງປະຊຸມຖະແຫຼງຂ່າວ ພາຍຫຼັງ ກະສັດ ໄທ ໃຫ້ສັດຕະຍາບັນຕົກລົງແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຢ່າງເປັນທາງການ.

        ກ່ອນໜ້ານັ້ນ, ໃນໄລຍະຂົນຂວາຍການຫາສຽງເລືອກຕັ້ງ, ທ່ານ ເສດຖາ ທະວີສິນ ໄດ້ສ້າງຄວາມສົນໃຈເມື່ອແນະນຳນະໂຍບາຍໜູນຊ່ວຍພົນລະເມືອງ ໄທທຸກຄົນ ທີ່ມີອາຍຸແຕ່ 16 ປີຂຶ້ນໄປ ຈຳນວນເງິນ 10.000 ບາດ ຜ່ານກະເປົາເອເລັກໂຕນິກ. ດ້ວຍການສະເໜີດັ່ງກ່າວ, ທ່ານ ເສດຖາ ທະວີສິນ ສາມາດນຳປະເທດ ໄທ ກາຍເປັນໜຶ່ງໃນບັນດາປະເທດທຳອິດທີ່ປະກາດໃຊ້ກະເປົ່າເອເລັກໂຕນິກໃຫ້ພົນລະເມືອງທຸກຄົນທີ່ມີອາຍຸແຕ່ 16 ປີ ຂຶ້ນໄປ ຜ່ານໂທລະສັບມືຖືສະມາດໂພນ. ທ່ານຕີລາຄາວ່າ ນີ້ແມ່ນນະໂຍບາຍສຳຄັນທີ່ສຸດ, ສາມາດກະຕຸ້ນການໃຊ້ຈ່າຍຂອງປະຊາຊົນ, ຈາກນັ້ນສ້າງບາດກ້າວກະໂດດຂັ້ນໃນການເຕີບໂຕ GDP ຂອງ ໄທ.

ນັກຂ່າວ VOV ປະຈຳ ໄທ

This site is protected by reCAPTCHA and the Google Privacy Policy and Terms of Service apply.