ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຢ້ຽມ​ຢາມ ຫວຽດ​ນາມ: ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ສອງ​ຝ່າຍ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຢ້ຽມ​ຢາມ ຫວຽດ​ນາມ: ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທ ພາຍຫຼັງ 11 ປີ, ເຊິ່ງກົງກັບຈຸດເວລາສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 - 6/8/2026), ຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງປະເທດ.

ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ

ເລື່ອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 ພຶດສະພາ ຫາວັນທີ 16 ພຶດສະພາ ບໍ່ພຽງແຕ່ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນພື້ນຖານຄູ່ຮ່ວມມືຍຸດທະສາດເທົ່ານັ້ນ, ຫາກຍັງສະແດງຄວາມຕັດສິນໃຈຂອງການນຳສອງປະເທດ ກ່ຽວກັບການນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເປີດໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງກວ່າ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ.

        ຕາມທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ແລ້ວ, ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທ ພາຍຫຼັງ 11 ປີ, ເຊິ່ງກົງກັບຈຸດເວລາສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 - 6/8/2026), ຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ໃຫ້ຮູ້ວ່າ:

        “ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະດຳເນີນກອງປະຊຸມຄະນະລັດຖະບານຮ່ວມ ຄັ້ງທີ 4, ເຊິ່ງເປັນກົນໄກຮ່ວມມືດ້ວຍຊື່ເອີ້ນທີ່ພິເສດນັ້ນ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງສູງ ແລະ ຄວາມຕັດສິນໃຈລວມເພື່ອແນໃສ່ພັດທະນາການພົວພັນສອງຝ່າຍ. ພາຍໃຕ້ການເປັນປະທານ ແລະ ການຊີ້ນຳໂດຍກົງຂອງນາຍົກລັດຖະມົນຕີສອງຝ່າຍ, ສອງຝ່າຍກໍຈະສຳຫຼວດກວດຄືນ, ແກ້ໄຂບັນດາບັນຫາທີ່ພວມຕັ້ງຂຶ້ນ ແລະ ກຳນົດທິດທາງການຮ່ວມມືໃນທຸກຂົງເຂດ”.

ນັກຂ່າວ VOV ປະຈຳ ໄທ

This site is protected by reCAPTCHA and the Google Privacy Policy and Terms of Service apply.