ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຄຳ​ໝັ້ນ​ສັນ​ຍາ 3 ຮັບ​ປະ​ກັນ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ​ຍີ່​ປຸ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຄຳ​ໝັ້ນ​ສັນ​ຍາ 3 ຮັບ​ປະ​ກັນ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ​ຍີ່​ປຸ່ນ

(VOVWORLD) - ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ການປະກອບສ່ວນຢ່າງແທ້ຈິງ , ມີປະສິດທິຜົນຂອງບັນດາວິສາຫະກິດຍີ່ປຸ່ນ ຕໍ່ການພັດທະນາຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນີ ຍີ່ປຸ່ນ Ishiba Shigeru ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນີ ຍີ່ປຸ່ນ Ishiba Shigeru ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ, ເຕັກໂນໂລຢີສູງ, ການຫັນເປັນສີຂຽວ ແລະ ເຄິ່ງຊັກນຳໄຟຟ້າ.

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ການປະກອບສ່ວນຢ່າງແທ້ຈິງ , ມີປະສິດທິຜົນຂອງບັນດາວິສາຫະກິດຍີ່ປຸ່ນ ຕໍ່ການພັດທະນາຂອງ ຫວຽດນາມ. ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ບັນດາຂົງເຂດຄື: ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີສູງ, ນະວັດຕະກຳ, ພະລັງງານສະອາດ ແລະ ເສດຖະກິດສີຂຽວແມ່ນຂໍ້ກຸນແຈໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

ຍີ່ປຸ່ນສືບຕໍ່ຮ່ວມເດີນທາງ ແລະ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ຜ່ານບັນດາໂຄກງານຮ່ວມມືພັດທະນາ ລຸ້ນໃໝ່, ເປັນຕົ້ນແມ່ນບັນດາຂົງເຂດຫຼັກແຫຼ່ງ. ຍູ້ແຮງການຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດຖ່າຍທອດເຕັກໂນໂລຢີ, ຫັນເປັນສີຂຽວ, ການເງິນສີຂຽວ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ສູນການເງິນສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.