ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ແອັດ​ສະ​ປາຍ Pedro Sanchez ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ແອັດ​ສະ​ປາຍ Pedro Sanchez ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານນາຍົກລັດຖະມົນຕີ Pedro Sanchez ແມ່ນນາຍົກລັດຖະມົນຕີ ແອັດສະປາຍ ຄົນທຳອິດທີ່ມາຢ້ຽມຢາມ ຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1977.

ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez (ພາບ: ກະຊວງການຕ່າງປະເທດ)

ວັນທີ 08 ເມສາ, ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ທ່ານນາຍົກລັດຖະມົນຕີ Pedro Sanchez ແມ່ນນາຍົກລັດຖະມົນຕີ ແອັດສະປາຍ ຄົນທຳອິດທີ່ມາຢ້ຽມຢາມ ຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1977. ນີ້ກໍແມ່ນຄັ້ງທຳອິດທີ່ການນຳຂັ້ນສູງ ແອັດສະປາຍ ຢ້ຽມຢາມ ຫວຽດນາມ ນັບແຕ່ພາຍຫຼັງການຢ້ຽມຢາມຂອງ ກະສັດ Juan Carlos ແລະ ພະມະເຫສີ Sofia ໃນປີ 2006. ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ແອັດສະປາຍ ຄັ້ງນີ້ ໄດ້ດໍາເນີນໃນສະພາບການທີ່ສອງປະເທດທັງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຄົບຮອດ 15 ປີ ໃນປີ 2024 ແລະ ກ່ອນການດຳເນີນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ໃນປີ 2027 (1977 – 2027).

This site is protected by reCAPTCHA and the Google Privacy Policy and Terms of Service apply.