ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 14 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານການເຮັດວຽກລະຫວ່າງຄະນະປະຈຳລັດຖະບານ ກັບການນຳນະຄອນ ຮ່າໂນ້ຍ, ປະກອບຄຳເຫັນໃສ່ການວາງແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100ປີ.

ຕາມບົດລາຍງານຂອງນະຄອນ ຮ່າໂນ້ຍ ແລ້ວ, ການວາງແຜນກັງກຳນົດ 9 ຂົ້ວພັດທະນາ, 9 ສູນກາງໃຫຍ່, ເຊື່ອມຕໍ່ 9 ເສັ້ນທາງກຳລັງໜູນກັບບັນດາແລວທາງ, ຊຸກຍູ້ການເຊື່ອມຕໍ່ເຂດ ແລະ ແຫ່ງຊາດ, ເຊື່ອມຕໍ່ເຂດຊາຍແດນ, ທ່າກຳປັ່ນທະເລ ແລະ ສາກົນ, ບັນດາສະຖານທີ່ມໍລະດົກວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດຢູ່ລຽບຕາມແມ່ນ້ຳດ່າ, ແມ່ນ້ຳແດງ, ແມ່ນ້ຳດ້ວງ, ແລວທາງສີຂຽວມໍລະດົກທຳມະຊາດ, ວັດທະນະທຳ, ປະຫວັດສາດ, ຈິດວິນຍານ, ການທ່ອງທ່ຽວທາງທິດຕາເວັນຕົກປະສານສົມທົບກັບທິວທັດທຳມະຊາດ ແລະ ເຂດຮອງຮອຍປະຫວັດສາດ.

ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ, ພັດທະນາຫຼາຍຂົ້ວ, ຫຼາຍຊັ້ນ, ຫຼາຍສູນກາງ, ຫຼາຍທິດ, ຫຼາຍແງ່ມູມ, ພັດທະນາດີຈີຕອນ, ສີຂຽວ, ສະອາດ, ສວຍງາມ, ອະລິຍະທຳ.

This site is protected by reCAPTCHA and the Google Privacy Policy and Terms of Service apply.