ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງ​ຈິງ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3 (UNOC 3)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງ​ຈິງ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3 (UNOC 3)

(VOVWORLD) - ບັນຫາຫົວຂໍ້ໄດ້ປຶກສາຫາລືຢູ່ກອງປະຊຸມແມ່ນກວ້າງຂວາງ ແລະ ມີຄວາມເປັນຫຼາຍຮູບຫຼາຍແບບ ແລະ ລ້ວນແຕ່ແມ່ນບັນດາບັນຫາເຊິ່ງປະຊາຄົມສາກົນພວມປະເຊີນໜ້າ ແລະ ຕ້ອງຊຸກຍູ້ຮ່ວມມື.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ດ້ວຍຫົວຂໍ້ “ຍູ້ໄວການກະທຳ ແລະ ລະດົມບັນດາຝ່າຍເຂົ້າຮ່ວມການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ”, ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 9 ມິຖຸນາຢູ່ນະຄອນ Nice, ຝລັ່ງ.

ບັນຫາຫົວຂໍ້ໄດ້ປຶກສາຫາລືຢູ່ກອງປະຊຸມແມ່ນກວ້າງຂວາງ ແລະ ມີຄວາມເປັນຫຼາຍຮູບຫຼາຍແບບ ແລະ ລ້ວນແຕ່ແມ່ນບັນດາບັນຫາເຊິ່ງປະຊາຄົມສາກົນພວມປະເຊີນໜ້າ  ແລະ ຕ້ອງຊຸກຍູ້ຮ່ວມມື. ໃນນັ້ນບຸລິມະສິດແຖວໜ້າແມ່ນການຍູ້ໄວວິວັດການໃຫ້ສັດຕະຍາບັນສັນຍາກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງ ຢູ່ ບໍລິເວນບໍ່ຂຶ້ນກັບສິດອຳນາດສານແຫ່ງຊາດ ຫຼືຍັງເອີ້ນວ່າ ສົນທິສັນຍາກ່ຽວກັບທະເລ. ໃນວັນທຳອິດ, ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງມີບົດກ່າວປາໄສສຳຄັນ, ຕາງໜ້າອາຊຽນ ແລະ ບົດກ່າວປາໄສຂອງ ຫວຽດນາມ ຢູ່ກອງປະຊຸມຄົບຄະນະ.

This site is protected by reCAPTCHA and the Google Privacy Policy and Terms of Service apply.