ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ວິ​ຊາ ແລະ ການກັບ​ຄືນ​ມາ​ຖື​ສັນ​ຊາດ ຫວຽດ​ນາມ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ວິ​ຊາ ແລະ ການກັບ​ຄືນ​ມາ​ຖື​ສັນ​ຊາດ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບນະໂຍບາຍຍົກເວັ້ນວິຊາຝ່າຍດຽວ ແລະ ນະໂຍບາຍບຸລິມະສິດກ່ຽວກັບວິຊາສຳລັບບາງເປົ້າໝາຍ; ການກັບຄືນມາຖືສັນສາດ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

 ໃນກອງປະຊຸມ, ຄະນະປະຈຳລັດຖະບານຖືວ່າ ນະໂຍບາຍວິຊາຂອງ ຫວຽດນາມ ຕ້ອງສືບຕໍ່ໄດ້ຮັບການປັບປຸງ, ຕອບສະໜອງເປົ້າໝາຍປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ຂະແໜງທ່ອງທ່ຽວ, ດຶງດູດບັນດານັກລົງທຶນ, ນັກຊ່ຽວຊານຕ່າງປະເທດໃນບັນດາຂົງເຂດມາຍັງ ຫວຽດນາມ, ສະແດງໃຫ້ເຫັນເຖິງພາບພົດປະເທດ ຫວຽດນາມ ປອດໄພ, ຮັກແພງແຂກຄົນ, ຊ່ວຍຍົກສູງທີ່ຕັ້ງບົດບາດ, ອິດທິພົນຂອງປະເທດຊາດຫຼາຍກວ່າອີກ. ຄະນະປະຈຳລັດຖະບານ ຫວຽດນາມ ກໍຖືວ່າ ຕ້ອງພິຈາລະນາຕາມທິດສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີຄວາມປາດຖະໜາຢາກຖືສັນຊາດ ຫວຽດນາມ ຄືນໃໝ່, ເລື່ອງນີ້ຢັ້ງຢືນການຖືເປັນສຳຄັນ, ຄວາມເອົາໃຈໃສ່ຂອງພັກ, ລັດ ຫວຽດນາມ ທີ່ມີຕໍ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ພີ່ນ້ອງ, ປະກອບສ່ວນສືບຕໍ່ເສີມຂະຫຍາຍແຫຼ່ງກຳລັງອັນສຳຄັນຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນໃນສັງກາດບຸກບືນຂອງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.