ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ພັດ​ທະ​ນາ ກົນ​ດາວ​ໃຫ້ມີຄວາມສະ​ອາດ, ສວຍ​ງາມ, ທັນ​ສະ​ໄໝ​ ລະ​ດັບ​ສາ​ກົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ພັດ​ທະ​ນາ ກົນ​ດາວ​ໃຫ້ມີຄວາມສະ​ອາດ, ສວຍ​ງາມ, ທັນ​ສະ​ໄໝ​ ລະ​ດັບ​ສາ​ກົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຊີ້ນຳ ກົນດາວ ຕ້ອງຮີບດ່ວນເພີ່ມເຕີມ, ສ້າງແຜນການທົດລອງບາງກົນໄກ, ນະໂຍບາຍພັດທະນາເມືອງ ກົນດາວ ໃຫ້ສຳເລັດຜົນ. ສ້າງກົນດາວໃຫ້ມີຄວາມສະອາດ, ສວຍງາມ, ທັນສະໄໝລະດັບສາກົນ, ກາຍເປັນຈຸດດ່ານໜ້າຢ່າງໝັ້ນແກ່ນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາເສດຖະກິດທະເລ, ຈຸດສຸມແມ່ນພັດທະນາການທ່ອງທ່ຽວສັກກະລະບູຊາ ແລະ ການທ່ອງທ່ຽວທຳມະຊາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ໃນໂຄງການຢ້ຽມຢາມ, ເຮັດວຽກ, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ກົນດາວ (01/05/1975 – 01/05/2025), ຕອນບ່າຍວັນທີ 3 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບຄະນະປະຈຳ ຄະນະພັກແຂວງ ບ່າເຣ້ຍ - ຫວູງເຕົາ ກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຂວງ ບ່າເຣ້ຍ - ຫວູງເຕົາ ແລະ ເມືອງ ກົນດາວ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ແຂວງ ບ່າເຣ້ຍ - ຫວູງເຕົາ ຕ້ອງຮີບດ່ວນປະຕິບັດຜົນສຳເລັດຂອງສູນກາງ ກ່ຽວກັບການຜັນຂະຫຍາຍນະໂຍບາຍສອງຂັ້ນ ແລະ ໂຮມເຂົ້າແຂວງ ດ້ວຍຈິດໃຈເປັນເຈົ້າການ, ເພີ່ມທະວີການດຶງດູດເງິນລົງທຶນ, ຊຸກຍູ້ການພັດທະນາບັນດາການບໍລິການທີ່ອາດຈະເປັນທ່າແຮງຄື ນ້ຳມັນອາຍແກັດ, ການທ່ອງທ່ຽວ, ບັນດາບໍລິການສິນຄ້າອື່ນໆ, ຍູ້ແຮງການສົ່ງອອກສິນຄ້າ ຕາມທິດຫັນຕະຫຼາດ, ລະບົບສະໜອງ, ຜະລິດຕະພັນເປັນຫຼາຍຮູບແບບ.

ສຳລັບ ກົນດາວ, ທ່ານນາຍົກລັດຖະມົນຕີ ຊີ້ນຳຕ້ອງຮີບດ່ວນເພີ່ມເຕີມ, ສ້າງແຜນການທົດລອງບາງກົນໄກ, ນະໂຍບາຍພັດທະນາເມືອງ ກົນດາວ ໃຫ້ສຳເລັດຜົນ. ສ້າງກົນດາວໃຫ້ມີຄວາມສະອາດ, ສວຍງາມ, ທັນສະໄໝລະດັບສາກົນ, ກາຍເປັນຈຸດດ່ານໜ້າຢ່າງໝັ້ນແກ່ນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາເສດຖະກິດທະເລ, ຈຸດສຸມແມ່ນພັດທະນາການທ່ອງທ່ຽວສັກກະລະບູຊາ ແລະ ການທ່ອງທ່ຽວທຳມະຊາດ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ສຸສານ ຮ່າງເຢືອງ, ເມືອງກົນດາວ, ແຂວງ ບ່າເຣ້ຍ ຫວູງເຕົາ ໄດ້ດຳເນີນໂຄງການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍກົນດາວ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.