ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແບນ​ຊິກ​ປະ​ຈຳ ຫວຽດ​ນາມ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແບນ​ຊິກ​ປະ​ຈຳ ຫວຽດ​ນາມ

(VOVWORLD) - ສອງຝ່າຍສືບຕໍ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ. ພ້ອມທັງ, ສອງຝ່າຍກໍ່ສືບຕໍ່ຮັກສາ ແລະ ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການທ່ອງທ່ຽວ…

ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Karl Van Den Bossche ເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ (ພາບ: VGP)

ຫວຽດນາມ ຍາມໃດກໍ່ຖືແບນຊິກແມ່ນຄູ່ຮ່ວມມືສຳຄັນໃນສະຫະພາບ ເອີລົບ (EU). ນີ້ແມ່ນການຢັ້ງຢືນຂອງທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ການຕ້ອນຮັບທ່ານ Karl Van Den Bossche ເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 26 ກຸມພາ, ຢູ່ສຳນັກງານລັດຖະບານ, ເພື່ອແນໃສ່ແລກປ່ຽນກ່ຽວກັບການຮ່ວມມືຫວຽດນາມ - ແບນຊິກ.

ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ. ພ້ອມທັງ, ສອງຝ່າຍກໍ່ສືບຕໍ່ຮັກສາ ແລະ ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການທ່ອງທ່ຽວ… ແລະ ເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດຍຸດທະສາດກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ຊິບເຄິ່ງຊັກນ້ຳໄຟຟ້າ, ຄົມມະນາຄົມ ແລະ ຂົນສົ່ງ… ກ່ຽວກັບການຮ່ວມມືເສດຖະກິດ, ທ່ານນາຍົກລັດຖະມົນຕີ ສະເໜີ ແບນຊິກ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVIPA) ແລະ ມີສຽງເວົ້າສະໜັບສະໜູນເລື່ອງຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນທະເລ ຫວຽດນາມ, ສົ່ງເສີມບັນດາວິສາຫະກິດແບນຊິກຍູ້ແຮງການລົງທຶນ ເຂົ້າ ຫວຽດນາມ, ສືບຕໍ່ສະໜອງແຫຼ່ງທຶນຊ່ວຍເຫຼືອລ້າ, ເປັນຕົ້ນແມ່ນສຳລັບບັນດາໂຄງການໃນຂົງເຂດການສຶກສາ - ບຳລຸງສ້າງ, ບຳລຸງວິຊາຊີບ, ສາທາລະນະສຸກ, ສິ່ງແວດລ້ອມ… ແລະ ແກ້ໄຂຜົນຕາມມາຈາກສົງຄາມ.

ສ່ວນທ່ານເອກອັກຄະລັດຖະທູດແບນຊິກ ຢັ້ງຢືນວ່າ ແບນຊິກຍາມໃດກໍກຽມພ້ອມ ຮ່ວມເດີນທາງກັບ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ ສັງຄົມ, ໃນນັ້ນມີການແກ້ໄຂຜົນຕາມມາຈາກສົງຄາມ, ເນັ້ນໜັກວ່າ ແບນຊິກແມ່ນປະເທດໜຶ່ງດຽວທີ່ມີມະຕິກ່ຽວກັບການໜູນຊວ່ຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ໃນວຽກງານລ້າງທາດພິດກໍ່ຄືໜູນຊ່ວຍຜູ້ປະສົບເຄາະຮ້າຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.