ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ Amina Mohammed ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ Amina Mohammed ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ໃນໂອກາດທ່ານນາງມາເຂົ້າຮ່ວມກອງປະຊຸມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ (ພາບ: VOV)

ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ຢູ່ນອກກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍພັດທະນາທົ່ວໂລກ (P4G), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ໃນໂອກາດທ່ານນາງມາເຂົ້າຮ່ວມກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ສປຊ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ, ຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ, ພັດທະນາເສດຖະກິດສີຂຽວ ແລະ ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ສປຊ ຈະສືບຕໍ່ໃຫ້ບຸລິມະສິດ ຊຸກຍູ້ການລົງທຶນເຂົ້າເຕັກໂນໂລຢີ, ປັນຍາປະດິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອຸປະຖຳໃຫ້ແກ່ການເຕີບໂຕສີຂຽວ ແລະ ພັດທະນາລະບົບກະສິກຳແບບຍືນຍົງ, ເພື່ອແນໃສ່ປະຕິບັດບັນດາເປົ້າມາຍພັດທະນາແບບຍືນຍົງຖືກກັບເວລາກຳນົດ.

ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Donal Brown ຮອງປະທານກອງທຶນສາກົນ ກ່ຽວກັບການພັດທະນາກະສິກຳ(IFAD), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ມີຄວາມສົນໃຈເປັນພິເສດເຖິງການພັດທະນາພື້ນຖານກະສິກຳສີຂຽວ, ຍືນຍົງ. ທ່ານນາຍົກລັດຖະມົນຕີສະເໜີ IFAD ເພີ່ມທະວີໃຫ້ຫວຽດນາມທຶນບຸລິມະສິດ ແລະ ຊຸກຍູ້ການເງິນຊ່ວຍເຫຼືອຫຼ້າໃຫ້ແກ່ບັນດາໂຄງການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າກະສິກຳ.

This site is protected by reCAPTCHA and the Google Privacy Policy and Terms of Service apply.