ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ຮອດ ປາ​ຣີ, ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ ຝ​ລັ່ງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ຮອດ ປາ​ຣີ, ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ ຝ​ລັ່ງ

(VOVWORLD) - ຕອນເຊົ້າວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະນາ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ສືບຕໍ່ບັນດາການເຄື່ອນໄຫວສອງຝ່າຍຢູ່ ສ.ຝລັ່ງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງໄປຮອດສະໜາມບິນ Orly (ພາບ: TTXVN)

ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ສະໜາມບິນ Orly, ນະຄອນຫຼວງ ປາຣີ, ມີບັນດາຜູ້ມີຄວາມຮັບຜິດຊອບຂອງລັດຖະບານ ຝລັ່ງ, ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ຝລັ່ງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ປອກຕຸຍການ  Luis Montenegro (ພາບ: TTXVN)

        ກ່ອນໜ້ານັ້ນ, ວັນທີ 09 ມິຖຸນາ, ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຂອງ ສປຊ ກ່ຽວກັບມະຫາສະໝຸດ ຢູ່ Nice (ຝລັ່ງ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ເປຣູ Dina Boluarte ແລະ ທ່ານນາຍົກລັດຖະມົນຕີ ປອກຕຸຍການ  Luis Montenegro.

ລ້າຍຮວາ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.